logo

ພິທີໄຂງານວາງສະແດງດີຈີຕອນ “ຮ່າໂນ້ຍ ຮຸ່ງເຮືອງເຫຼືອງເຫຼື້ອມ - ແສງສີ ແລະ ມໍລະດົກ”

2025/12/27 | 05:51:00
(VOVWORLD) - ເຂດວາງສະແດງນີ້ໄດ້ນຳໃຊ້ບັນດາເຕັກໂນໂລຊີທີ່ທັນສະໄໝ, ຄົບຊຸດ, ຄື: 3D Mapping Immersive, LED Kinetic, VR…
(ທີ່ງານວາງສະແດງດີຈີຕອນ “ຮ່າໂນ້ຍ ຮຸ່ງເຮືອງເຫຼືອງເຫຼື້ອມ - ແສງສີ ແລະ ມໍລະດົກ”)

ຕອນຄ່ຳວັນທີ 26 ທັນວາ, ຢູ່ເຮືອນເລກທີ 93 ດິງຕຽນຮວ່າງ, ຕາແສງ ຮວ່ານກຽມ, ຮ່າໂນ້ຍ, ໄດ້ໄຂງານວາງສະແດງດີຈີຕອນ “ຮ່າໂນ້ຍ ຮຸ່ງເຮືອງເຫຼືອງເຫຼື້ອມ - ແສງສີ ແລະ ມໍລະດົກ”. ເຂດວາງສະແດງນີ້ໄດ້ນຳໃຊ້ບັນດາເຕັກໂນໂລຊີທີ່ທັນສະໄໝ, ຄົບຊຸດ, ຄື: 3D Mapping Immersive, LED Kinetic, VR… ທ່ານ ດັ້ງຟານຢຽບ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ VietSoft Pro, ຫົວໜ່ວຍຮ່ວມດຳເນີນການຈັດງານວາງສະແດງດີຈີຕອນ, ໃຫ້ຮູ້ວ່າ:

“ບັນດາເຂດວາງສະແດງເດີນຕາມແຜນການຢ້ຽມຊົມ ແລະ ພວກຂ້າພະເຈົ້າໄດ້ເລົ່າເລື່ອງປະຫວັດສາດ ແລະ ວັດທະນະທຳ ດ້ວຍວິທີສຳຜັດກັບເນື້ອໃນ. ບັນດາເລື່ອງລາວປະຫວັດສາດໄດ້ສະແດງຜ່ານຫຼາຍຮູບແບບສິລະປະ, ກ່ຽວກັບວດລາຍ, ສຽງ, ພາບ. ເຕັກໂນໂລຊີແຕ່ລະຢ່າງ, ເລື່ອງລາວແຕ່ລະເລື່ອງ ມີຫຼາຍວິທີສຳຜັດທີ່ແຕກຕ່າງກັນ ເພື່ອຊ່ວຍໃຫ້ມະຫາຊົນຊອກຮູ້ເລິກກວ່າ, ມີຄວາມເຂົ້າໃ ຮ່າໂນ້ຍ  ແລະ ຮັກ ຮ່າໂນ້ຍ ຫຼາຍກວ່າ”.

ເຂດວາງສະແດງຈະເປີດປະຕູໂດຍບໍ່ເກັບຄ່າ ຮັບໃຊ້ແຂກທ່ອງທ່ຽວເນື່ອງໃນໂອກາດຕ້ອນຮັບປີໃໝ່ 2026.

TAG
VOV/VOVworld/3D Mapping Immersive/LED Kinetic/VR

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ