logo

ພິ​ທີ​ໄວ້​ອາ​ໄລ​ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ​ລາວ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ​ຢູ່ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາມ

2020/5/15 | 09:13:45
(VOVWORLD) -ຕອນເຊົ້າວັນທີ 15 ພຶດສະພາ, ສະຖານທູດລາວປະຈຳຫວຽດນາມ ໄດ້ຈັດຕັ້ງພິທີໄວ້ອາໄລສະຫາຍ ພົນເອກ ສີສະຫວາດແກ້ວບຸນພັນ ອະດີດກຳມະການກົມການເມືອງ, ອະດີດນາຍົກລັດຖະມົນຕີ, ອະດີດປະທານສູນກາງແນວລາວສ້າງຊາດ. 
ຄະນະການນຳລັດຖະບານຫວຽດນາມໄວ້ອາໄລ ທ່ານອະດີດນາຍົກລັດຖະມົນຕີລາວ ສີສະຫວາດ ແກ້ວບຸນພັນ
 ທ່ານເຈືອງຮ່ວາບິ່ງ ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີໄວ້ອາໄລທ່ານສີສະຫວາດ ແກ້ວບຸນພັນ

ທ່ານເຈືອງຮ່ວາບິ່ງ ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ; ທ່ານຟ້າມບິ່ງມິງ ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ທ່ານນາງຕ່ອງທິຟອງ ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ຂະແໜງການ, ສຳນັກງານອົງການຈັດຕັ້ງ, ມະຫາຊົນຫວຽດນາມເຂົ້າຮ່ວມພິທີ. ເມື່ອຕອບສຳພາດຕໍ່ນັກຂ່າວ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປລາວປະຈຳຫວຽດນາມໃຫ້ຮູ້ວ່າ:

ທ່ານ ເຈືອງຮ່ວາບິ່ງໄດ້ຂຽນໃສ່ປຶ້ມໄຫວ້ອາໄລທ່ານສີສະຫວາດ ແກ້ວບຸນພັນ

ພາຍຫຼັງພິທີໄວ້ອາໄລ, ທ່ານ ເຈືອງຮ່ວາບິ່ງໄດ້ຂຽນໃສ່ປຶ້ມໄວ້ອາໄລດ້ວຍເນື້ອໃນວ່າ:

“ຂໍສະແດງຄວາມອາໄລອາວອນຢ່າງສຸດຊື້ງ ຕໍ່ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ, ຜູ້ນຳປີຊາສາມາດ, ເປັນລູກຮັກຫຼານແພງທີ່ດີເດັ່ນຂອງປະຊາຊົນລາວບັນດາເຜົ່າ, ເປັນນັກຮົບປະຕິວັດທີ່ອົງອາດກ້າຫານ, ຍອມເສຍສະຫຼະຕະຫຼອດຊີວິດສູ້ຊົນເພື່ອເອກະລາດແຫ່ງຊາດ, ເສລີພາບ, ຄວາມຜາສຸກຂອງປະຊາຊົນ ແລະ ການພັດທະນາຄວາມຮຸ່ງເຮືອງສີວິໄລຂອງປະເທດລາວ. ຕາງໜ້າໃຫ້ແກ່ພັກ, ລັດ, ສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ປະຊາຊົນ ຫວຽດນາມ, ພວກຂ້າພະເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງພັກ, ລັດ, ສູນກາງແນວລາວສ້າງຊາດ, ປະຊາຊົນລາວບັນດາເຜົ່າ ແລະ ຄອບຄົວຂອງສະຫາຍ ສີສະຫວາດ ແກ້ວບຸນພັນ”

 ປຶ້ມບັນທຶກໄວ້ອາໄລທ່ານສີສະຫວາດ ແກ້ວບຸນພັນ
TAG
VOV/VOVworld/ພິ​ທີ​ໄວ້​ອາ​ໄລ​/​ສີ​ສະ​ຫວາດ ແກ້ວ​ບຸນ​ພັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ