logo

ພິ​ທີ​ໄວ້​ອາ​ໄລ ແລະ ປົງ​ອັດ​ຖິ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊ​າດຢູ່​ສະ​ໜ​າມ​ຮົບ ລາວ

2019/5/9 | 11:50:00
(VOVWORLD) -   ໃນທ່າມກາງບັນຍາກາດທີ່ເຄັ່ງຂຶມ, ສົມກຽດ ແລະ ເຕັມໄປດ້ວຍຄວາມຕື້ນຕັນໃຈ,ບັນດາຜູ້ແທນພ້ອມກັບປະຊາຊົນຈຳນວນຫຼວງຫຼາຍໄດ້ວາງພວງມາລາ, ຈຸດທູບເພື່ອໄວ້ອາໄລ, ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ສົ່ງດວງວິນຍານຂອງບັນດາທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ ກັບເມືອປິຕຸພູມບ້ານເກີດເມືອງນອນ.
ບັນດາຜູ້ແທນພ້ອມກັບປະຊາຊົນຈຳນວນຫຼວງຫຼາຍໄດ້ສົ່ງດວງວິນຍານຂອງບັນດາທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ ກັບເມືອປິຕຸພູມບ້ານເກີດເມືອງນອນ (ພາບ: ຫວໍຢູງ/TTXVN) 

ຕອນເຊົ້າວັນທີ 9 ພຶດສະພາ, ຢູ່ສຸສານທະຫານເສຍສະຫຼະຊີວິດເພື່ອຊາດ ບາຢົ໊ກ, ແຂວງ ກວ໋າງບີ່ງ, ຫວຽດນາມ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ສະໜາມຮົບ ລາວ ກັບເມືອປະເທດ. ເຂົ້າຮ່ວມພິທີດັ່ງກ່າວມີຜູ້ຕາງໜ້າຂອງການນຳກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ການນຳແຂວງ ກວ໋າງບີ່ງ ແລະ ແຂວງຄຳມ່ວນ (ປະເທດ ລາວ). ນີ້ແມ່ນຄັ້ງທີ 40, ທາງແຂວງກວ໋າງບີ່ງໄດ້ຮັບ, ຈັດພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ສະໜາມຮົບລາວກັບເມືອປະເທດ.

        ໃນລະດູແລ້ງ 2018 -2019, ກຸ່ມທ້ອນໂຮມ 589 (ຂຶ້ນກັບກອງບັນຊາການທະຫານແຂວງ ກວ໋າງບີ່ງ)ໄດ້ຊອກຫາ, ຂຸດຄົ້ນອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ ໃນການຕໍ່ສູ້ຕ້ານ ລ່າເມືອງຂຶ້ນຝລັ່ງ ແລະ ຈັກກະພັດອາເມລິກາ ໄດ້ 17 ຊຸດ.

        ໃນທ່າມກາງບັນຍາກາດທີ່ເຄັ່ງຂຶມ, ສົມກຽດ ແລະ ເຕັມໄປດ້ວຍຄວາມຕື້ນຕັນໃຈ,ບັນດາຜູ້ແທນພ້ອມກັບປະຊາຊົນຈຳນວນຫຼວງຫຼາຍໄດ້ວາງພວງມາລາ, ຈຸດທູບເພື່ອໄວ້ອາໄລ, ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ສົ່ງດວງວິນຍານຂອງບັນດາທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ ກັບເມືອປິຕຸພູມບ້ານເກີດເມືອງນອນ.

TAG
VOV/VOVworld/ພິ​ທີ​ໄວ້​ອາ​ໄລ/ປົງ​ອັດ​ຖິ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊ​າດ/ສະ​ໜ​າມ​ຮົບ ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ