ທ່ານປະທານສະພາແຫ່ງຊາດ ຫວຽດນາມ Nguyen Sinh Hung ໄດ້ເຂົ້າຮ່ວມພິທີພິທີໄຫວ້ບູຊາເຈົ້າຊີວິດຮູ່ງ
![]() ທ່ານ Nguyen Sinh Hung ປະທານສະພາແຫ່ງຊາດ ຖະຫວາຍທູບທຽນ
ພາບ:tinmoi.vn |
ພິທີຖະຫວາຍທູບທຽນແມ່ນການເຄື່ອນໄຫວຕົ້ນຕໍຂອງພິທີໄຫວ້ບູຊາເຈົ້າຊີວິດ ຮູ່ງ ແລະ ງານບຸນວິຫານ ຮູ່ງ. ພິທີໄດ້ຈັດຂຶ້ນໃນບັນຍາກາດສັກກະລະບູຊາ, ເຄົາລົບນັບຖື. ທ່ານHoang Dan Mac ປະທານຄະນະກຳມະການປະຊາຊົນແຂວງ Phu Tho ເປັນເຈົ້າພາບພິທີໄຫວ້ບູຊາເຈົ້າຊີວິດ ຮູ່ງ ປີ 2012 ໄດ້ອ່ານບົດອາໄລຫາບັນດາເຈົ້າຊີວິດຮູ່ງ, ສະແດງຄວາມເອກອ້າງທະນົງໃຈກ່ຽວກັບມູນເຊື້ອອັນສະຫງ່າລາສີໃນໄລຍະ 4000 ປີແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຫວຽດນາມ, ສະແດງຄວາມເຄົາລົບນັບຖື, ອາໄລຫາ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ.
ເນື່ອງໃນໂອກາດນີ້, ຢູ່ບັນດາແຂວງ, ນະຄອນຕ່າງໆໃນທົ່ວປະເທດກໍຈັດຕັ້ງການເຄື່ອນໄຫວຫລາຍຢ່າງເພື່ອມູ້ງໄປສູ່ວັນໄຫວ້ບູຊາເຈົ້າຊີວິດຮູ່ງ. ຢູ່ນະຄອນ Da Nang ໄດ້ດຳເນີນງານບູນສາລາບ້ານ Hai Chau ຄັ້ງທີ 4 ປີ 2012 ດ້ວຍບັນດາການເຄື່ອນໄຫວເພື່ອຮັກສາ, ເສີມຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳ ອວ່າຍຫນ້າເມືອຫາກົກເຄົ້າເຫງົ້າກໍ. ລຸງ Nguyen Van Vinh ຢູ່ຕາແສງ Hai Chau 1 ເມືອງ Hai Chau ນະຄອນ Da Nang ໄດ້ເວົ້າວ່າ:
“ນີ້ແມ່ນຄວາມເອກອ້າງທະນົງໃຈທີ່ມີຕໍ່ປະເທດຊາດ. ນີ້ກໍແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ, ຕໍ່ບັນດາເຈົ້າຊີວິດຮູ່ງທີ່ໄດ້ສ້າງຕັ້ງປະເທດຊາດ ເພື່ອໃຫ້ພວກເຮົາມີຊີວິດທີ່ຜາສຸກ ແລະ ສັນຕິພາບຄືວັນນີ້.”




