logo

ພື້ນ​ຖານ​ເສດ​ຖະ​ກິດ​ດີ​ຈີ​ຕອນ ຫວຽດ​ນາມ ຄາດ​ວ່າ​ບັນ​ລຸ 39 ຕື້ USD ໃນ​ປີ 2025

2025/11/25 | 11:46:58
(VOVWORLD) - ພື້ນຖານເສດຖະກິດດີຈີຕອນ ຫວຽດນາມ ໄດ້ຮັບການຄາດຄະເນວ່າ ບັນລຸ 39 ຕື້ USD ຍອດມູນຄ່າສູນຄ້າໃນທ້າຍປີ 2025. ບັນດາຂົງເຂດຫຼັກແຫຼ່ງຂອງພື້ນຖານເສດຖະກິດດີຈີຕອນລ້ວນແຕ່ຮັບຮູ້ການເຕີບໂຕຢູ່ໃນລະດັບສອງຕົວເລກ. 
(ພາບ: Google)

ຕາມການລາຍການປະຈຳປີ ເສດຖະກິດີຈີຕອນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ (e-Conomy SEA 2025) ຄັ້ງທີ 10 ໂດຍ Google, Temasek ແລະ Bain & Company ປະກາດໃນວັນທີ 25 ພະຈິກ, ພື້ນຖານເສດຖະກິດດີຈີຕອນ ຫວຽດນາມ ໄດ້ຮັບການຄາດຄະເນວ່າ ບັນລຸ 39 ຕື້ USD ຍອດມູນຄ່າສູນຄ້າໃນທ້າຍປີ 2025. ບັນດາຂົງເຂດຫຼັກແຫຼ່ງຂອງພື້ນຖານເສດຖະກິດດີຈີຕອນລ້ວນແຕ່ຮັບຮູ້ການເຕີບໂຕຢູ່ໃນລະດັບສອງຕົວເລກ. ການຄ້າເອເລັກໂຕນິກ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນຍອດມູນຄ່າສິນຄ້າຂອງ ຫວຽດນາມ, ກວມເອົາ 2/3 ຂອບຂະໜາດພື້ນຖານເສດຖະກິດດີຈີຕອນ ແລະ ໄດ້ຮັບການຄາດຄະເນວ່າເພີ່ມຂຶ້ນ 17%, ບັນລຸ 25 ຕື້ USD ໃນທ້າຍປີ 2025.

ກໍໃນບົດລາຍການ, ຫວຽດນາມ ຢັ້ງຢືນໄດ້ທີ່ຕັ້ງນຳໜ້າ ອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບລະດັບຄວາມພ້ອມ ແລະ ຄວາມໄວ້ວາງໃຈຂອງຜູ້ຊົມໃຊ້ສຳລັບ AI. ສິ່ງດັ່ງກ່າວໄດ້ສ່ອງແສງຜ່ານ 3 ດັດຊະນີແກ່ນສານ.


TAG
VOV/VOVworld/ເສດ​ຖະ​ກິດ​ດີ​ຈີ​ຕອນ/ອາຊີຕາເວັນອອກສ່ຽງໃຕ້

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ