logo

ພົບ​ປະ​ບັນ​ດາ​ອົງ​ການ​ຕາງ​ໜ້າ​ການ​ທູດ ແລະ ສື່ມວນ​ຊົນ​ຕ່າງ​ປະ​ເທດ​ປະ​ຈຳ​ຢູ່ ຫວຽດ​ນາມ

2025/12/13 | 09:39:44
(VOVWORLD) - ວັນທີ 12 ທັນວາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຈັດພິທີພົບປະແລກປ່ຽນປະຈຳປີກັບທີ່ປຶກສາດ້ານສື່ມວນຊົນ ແລະ ນັກຂ່າວຕ່າງປະເທດ ປະຈຳ ຢູ່ ຫວຽດນາມ. 
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຖ່າຍຮູບເປັນທີ່ລະນຶກກັບບັນດານັກຂ່າວຕ່າງປະເທດປະຈຳ ຫວຽດນາມ

ເມື່ອກ່າວຄຳເຫັນໃນການພົບປະ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ ປີ 2025 ແມ່ນປີທີ່ ຫວຽດນາມ ບັນລຸໄດ້ຫຼາຍຜົນງານກ່ຽວກັບວຽກງານພົວພັນຕ່າງປະເທດ, ຜ່ານນັ້ນ ຢັ້ງຢືນໄດ້ບົດບາດຂອງຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ. ບັນດາຜົນງານນີ້ ໄດ້ແຜ່ກະຈາຍຢ່າງກວ້າງຂວາງອອກສູ່ໂລກ ຍ້ອນມີການຮ່ວມເດີນທາງຂອງສື່ມວນຊົນສາກົນ.

        ເມື່ອຢັ້ງຢືນຄຳໝັ້ນສັນຍາສ້າງເງື່ອນໄຂໃຫ້ການເຄື່ອນໄຫວສື່ມວນຊົນຕ່າງປະເທດ, ທ່ານຮອງລັດຖະມົນຕີໃຫ້ຮູ້ວ່າ ດຳລັດສະບັບເລກທີ 219 ທີ່ໄດ້ຮັບການປະກາດໃຊ້ໃນປີນີ້ ໄດ້ຍົກເວັ້ນໃບອະນຸຍາດອອກແຮງງານສຳລັບນັກຂ່າວມາປະຈຳການ, ພ້ອມທັງປົວແປງລະບຽບການວິຊາ ແລະ ພັກເຊົ່າຢ່າງເປັນທາງການ.

TAG
VOV/VOVworld/​ທີ່​ປຶກ​ສາ​ດ້ານ​ສື່ມວນ​ຊົນ/ນັກ​ຂ່າວ​ຕ່າງ​ປະ​ເທດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ