logo

ພາ​ຍຸ Kalmaegi ກໍ່​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ຢູ່ແຂວງ ຢາ​ລາຍ ແລະ ດັກ​ລັກ

2025/11/7 | 07:48:29
(VOVWORLD) - ໃນເວລາເຄື່ອນເຂົ້າມາເຂດແຕ່ແຂວງ ກວ໋າງຫງາຍ ໄປຮອດ ຢາລາຍ ຂອງ ຫວຽດນາມ ໃນຕ່ອນບ່າຍວັນທີ 6 ພະຈິກ, ພາຍຸ Kalmaegi ໄດ້ເຮັດໃຫ້ມີຝົນຕົກໜັກ ແລະ ກໍ່ຜົນເສຍຫາຍຫຼາຍຕໍ່ກັບພື້ນຖານໂຄງລ່າງ. 
ພາບປະກອບ: VOV

ໃນນັ້ນ ຢາລາຍ, ດັກລັກແມ່ນສອງທ້ອງຖິ່ນຖືກຜົນເສຍຫາຍຢ່າງໜັກໜ່ວງທີ່ສຸດ ໂດຍມີເຮືອນຫຼາຍຫຼັງຖືກພັງຖະຫຼົ່ມລົງ, ລົມພັດຫຼັງຄາເຮືອນເປີດ, ຊັບສິນຖືກເປ່ເພ, ມີຄວາມສ່ຽງເກີດດິນເຊາະເຈື່ອນ, ນ້ຳຖ້ວມໃນວົງກວ້າງ.

ຕາມການລາຍງານແບບໄວຂອງກອງບັນຊາການປ້ອງກັນພົນລະເຮືອນແຂວງ ດັກລັກ ໂດຍໃຫ້ຮູ້ວ່າ ໄລ່ຮອດຕອນເຊົ້າວັນທີ 7 ພະຈິກ, ພາຍຸ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ, ຜູ້ຮັບບາດເຈັບ 2 ຄົນ, ເຮືອນກວ່າ 500 ຫຼັງຖືກພັງຖະຫຼົ່ມລົງ, ນ້ຳຖ້ວມ ແລະ ຫຼັງຄາເປີດ, ຫຼາຍເສັ້ນທາງໃນແຂວງ ແລະ ເມືອງ ຖືກດິນເຊາະເຈື່ອນ, ນ້ຳຖ້ວມໃນວົງກວ້າງ, ທ້ອງຖິ່ນຈຳນວນໜຶ່ງຖືກຕັດແຍກຈາກພາຍນອກ.

ຢູ່ແຂວງຢາລາຍ, ຕາມການຮັບຮູ້ໃນເບື້ອງຕົ້ນ ຮອດຕອນເຊົ້າວັນທີ 7 ພະຈິກ, ທົ່ວແຂວງມີຜູ້ເສຍຊີວິດ 2 ຄົນ, ຜູ້ຮັບບາດເຈັບ 2 ຄົນ, ແລະ ເຮືອນກວ່າ 5.400 ຫຼັງຖືກພັງຖະຫຼົ່ມ, ນ້ຳຖ້ວມ ແລະ ຫຼັງຄ່າເປີດ, ເນື້ອທີ່ປູກເຂົ້າ ແລະ ຕົ້ນປູກນັບພັນເຮັກຕາຖືກເສຍຫາຍ, ສັດລ້ຽງຕາຍນັບພັນໂຕ, ທົ່ວແຂວງດັບໄຟໃນວົງກວ້າງ, ການຕິດຕຢູ່ຫຼາຍບ່ອນຖືກຕັດຂາດ.
TAG
VOV/VOVworld/ພາ​ຍຸ/Kalmaegi/ຢາ​ລາຍ/ດັກ​ລັກ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ