logo

ພາຍຸ Kalmaegi ພັດເຂົ້າທະເລຕາເວັນອອກ, ບັນດາແຂວງທາງພາກກາງເປັນເຈົ້າການຮັບມື

2025/11/5 | 07:33:51
(VOVWORLD) - ຢູ່ ກວາງງ້າຍ, ມີກຳປັ່ນຫາປາກວ່າ 6.000 ລຳໄດ້ຈອດຢູ່ບັນດາທ່າກຳປັ່ນ. ບັນດາກຳລັງ, ພາຫະນະກູ້ໄພກູ້ຊີບຂອງທ້ອງຖິ່ນມີຄວາມພ້ອມເມື່ອມີຄຳຮຽກຮ້ອງ.
(ຢູ່ ກວາງງ້າຍ, ມີກຳປັ່ນຫາປາກວ່າ 6.000 ລຳໄດ້ຈອດຢູ່ບັນດາທ່າກຳປັ່ນ)

ຕາມສູນພະຍາກອນອຸຕຸນິຍົມອຸທົກກະສາດແຫ່ງຊາດ ຫວຽດນາມ ແລ້ວ, ວັນທີ 05 ພະຈິກ, ພາຍຸ Kalmaegi, ພາຍຸລູກທີ 13 ຢູ່ທະເລຕາເວັນອອກໃນປີ 2025, ໄດ້ພັດເຂົ້າເຂດທະເລທາງທິດຕາເວັນອອກ ເຂດກາງທະເລຕາເວັນອອກ ແລະ ສືບຕໍ່ເພີ່ມຄວາມແຮງ, ກໍ່ໃຫ້ເກີດອາກາດອັນຕະລາຍຢູ່ທະເລ ແລະ ເຂດດິນຕໍ່ແຜ່ນ.

ຢູ່ ກວາງງ້າຍ, ມີກຳປັ່ນຫາປາກວ່າ 6.000 ລຳໄດ້ຈອດຢູ່ບັນດາທ່າກຳປັ່ນ. ບັນດາກຳລັງ, ພາຫະນະກູ້ໄພກູ້ຊີບຂອງທ້ອງຖິ່ນມີຄວາມພ້ອມເມື່ອມີຄຳຮຽກຮ້ອງ. ຢູ່ແຂວງ ຢາລາຍ, ກະຊວງປ້ອງກັນຊາຍແດນແຂວງ ພ້ອມກັບຂະແໜງການທີ່ມີໜ້າທີ່ທ້ອງຖິ່ນ ໄດ້ຮຽກຮ້ອງກຳປັ່ນ 5.195 ລຳເຂົ້າທຽບທ່າໂດຍປອດໄພ. ກຳປັ່ນຫາປາກວ່າ 300 ລຳ ດ້ວຍຊາວປະມົງກວ່າ 3.000 ຄົນຢູ່ບັນດາແຂວງທິດໃຕ້ພາກກາງທີ່ຂຸດຄົ້ນຢູ່ເຂດທະເລ ເຈື່ອງຊາ ກໍ່ໄດ້ຮັບການແນະນຳຫຼີກລ່ຽງພາຍຸຢູ່ບັນດາເກາະ, ຄື: ເກາະ ຊອງຕືໄຕ, ຊິງໂຕນ, ເຈື່ອງຊາ, ດາໄຕ (ໝູ່ເກາ ເຈື່ອງຊາ, ແຂວງ ແຄງຮ່ວາ). ພ້ອມກັນນັ້ນ, ພະນັກງານ, ນັກຮົບ ແລະ ບັນດາກຳລັງຢູ່ເກາະແຫ່ງຕ່າງໆກໍ່ຍົກຍ້າຍປະຊາຊົນ ແລະ ຊັບສົມບັດໄປຍັງເຂດປອດໄພ.

TAG
VOV/VOVworld/ກະ​ຊວງ/​ປ້ອງ​ກັນ​/ຊາຍ​ແດນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ