logo

ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໄຕ​ງວຽນ - ຕອນ​ໃຕ້​ພາກ​ກາງ ຝາກ​ຝັງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ

2026/1/20 | 08:28:47

(VOVWORLD) - ນັບແຕ່ພະນັກງານອາວຸໂສ, ປັນຍາຊົນ, ວິສາຫະກິດຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຢູ່ຕອນໃຕ້ພາກກາງ ແລະ ໄຕງວຽນ… ລ້ວນແຕ່ມີຄວາມໄວ້ເນື້ອເຊື່ອໃຈຕໍ່ການນຳພາຂອງພັກ ແລະ ລໍຄອຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທີ່ພວມດຳເນີນຢູ່ຮ່າໂນ້ຍ ຈະວາງອອກບັນດານະໂຍບາຍຊີ້ຂາດ, ເປີດໄລຍະພັດທະນາໃໝ່ຂອງປະເທດ.



ພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນຄົນຢູ່ໄຕງວຽນ ແລະ ຕອນໃຕ້ພາກກາງຝາກຝັງຄວາມໄວ້ເນື້ອເຊື່ອໃຈຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ (ພາບ: VOV)

ປ້າ ເຮີໜິງ ມີໂລ, ຊາວເຜົ່າເອເດ, ຢູ່ບ້ານເມີງຳ, ຕາແສງ ເມີດຣັກ, ແຂວງ ດັກລັກ ແບ່ງປັນວ່າ ຍ້ອນມີພັກ ແລະ ລັດ, ພໍ່ແມ່ປະຊາຊົນບໍ່ພຽງແຕ່ຫຼຸດພົ້ນອອກຈາກຄວາມທຸກຍາກເທົ່ານັ້ນ, ຫາກຍັງມີເງື່ອນໄຂຮັກສາ, ເສີມຂະຫຍາຍສີສັນວັດທະນະທຳອີກດ້ວຍ.

ຍ້ອນມີແຜນນະໂຍບາຍ, ແນວທາງອັນຖືກຕ້ອງຂອງພັກ, ໃນຊຸມປີຜ່ານມາ, ເສດຖະກິດໄດ້ຮັບການພັດທະນາ, ຊີວິດການເປັນຢູ່ດີຂຶ້ນ, ວັດທະນະທຳທີ່ເປັນມູນເຊື້ອກໍ່ໄດ້ຮັກສາໄວ້. ພໍ່ແມ່ປະຊາຊົນປາດຖະໜາຢາກ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ຈະສືບຕໍ່ມີບັນດານະໂຍບາຍຊີ້ຂາດກ່ຽວກັບການພັດທະນາການທ່ອງທ່ຽວເຂດຊຸມຊົນ, ຕິດພັນກັບການອະນຸລັກຮັກສາວັດທະນະທຳ.

ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາແຂວງ ໄທງວຽນ - ຕອນໃຕ້ພາກກາງ ມີຄວາມມຸ່ງຫວັງ ແລະ ປາດຖະໜາວ່າກອງປະຊຸມໃຫຍ່ສືບຕໍ່ປັບປຸງນະໂຍບາຍຊົນເຜົ່າຕາມມທິດເສີມຂະຫຍາຍກຳລັງພາຍໃນ, ຖືປະຊາຊົນເປັນເຈົ້າຂອງວິວັດການພັດທະນາ, ຈາກການພັດທະນາການທ່ອງທ່ຽວຕະຫຼອດຮອດການເພີ່ມທະວີການລົງທຶນ, ຮັບປະກັນ ລ້ຽງຊີບ. ຢູ່ຕາແສງ ເອອາ ເກີເນກ, ເຂດປູກຝັງສະເພາະ ໝາກຖົ່ວລຽນຂອງດັກລັກ, ມີຊາວກະສິກອນຫຼາຍຄົນໄດ້ບືນຕົວຂຶ້ນສ້າງຄວາມຮັ່ງມີ, ຍິ່ງໄປກ່ວານັ້ນ ກາຍເປັນ “ເສດຖີກະສິກອນ” ຍ້ອນປ່ຽນແປງຈິນຕະນາການ, ວິທີການເຮັດວຽກ, ພ້ອມກັບບັນດານະໂຍບາຍຊີຂາດຂອງ ພັກ, ລັດ ໃນການຊ່ວຍເຫຼືອພໍ່ແມ່ປະຊາຊົນໝູນໃຊ້ການຫັນເປັນດີຈີຕອນ, ເປີດກວ້າງຕະຫຼາດສົ່ງອອກໝາກຖົ່ວລຽນ.

ທ່ານນາງ ຫງວຽນທິເກິມລວານ, ຮອງປະທານຜູ້ປະຈຳການແນວໂຮມປະເທດຊາດ ຫວຽດນາມ ຕາແສງ ເອອາ ເກີເນກ ແຂວງດັກລັກ ແບ່ງປັນວ່າ:

ຂອບໃຈພັກ, ລັດ ທີ່ໄດ້ມີນະໂຍບາຍຂີ້ຊາດ ແລະ ກຳນົດທິດທາງເພື່ອໃຫ້ຊາວກະສິກອນພວກຂ້າພະເຈົ້າ ມີການດຳລົງຊີວິດໃນລະດັບສຳກາງພໍສົມຄວນ ປັດຈຸບັນອາດສາມາດກາຍເປັນເສດຖີເງິນຕຶ້.

TAG
VOV/VOVworld/ພໍ່​ແມ່​ປະ​ຊາ​ຊົນ/​ບັນ​ດາ​ເຜົ່າ​ໄຕ​ງວຽນ/ຕອນ​ໃຕ້​ພາກ​ກາງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ