logo

ພໍ່​ແມ່​​ພີ່​ນ້ອງ​ຊາວເຜົ່າ​ຂະ​ແມ ສະຫຼອງວັນ​ບຸນ Sene Dolta ແຫ່ງ​ຄວາມ​ສາ​ມັກ​ຄີ, ປ່ຽນ​ແປງ​ໃໝ່​, ເຊື່ອມ​ໂຍງ ແລະ ພັດ​ທະ​ນາ

2025/9/23 | 07:38:00
(VOVWORLD) - ອຳນາດການປົກຄອງນະຄອນ ໄດ້ສຸມໃສ່ລະດົມ ແລະ ເສີມຂະຫຍາຍບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນເພື່ອເບິ່ງແຍງດູແລຊີວິດການເປັນຢູ່, ສ້າງເງື່ອນໄຂເພື່ອໃຫ້ພໍ່ແມ່ພີ່ນ້ອງຊາວເຜົ່າ ຂະແມ ອຸ່ນອຽນໃຈອອກແຮງງານ, ທຳການຜະລິດ. 
ລາຍການສະແດງສິລະປະ (ພາບ: VOV)

ຕອນບ່າຍວັນທີ 22 ກັນຍາ, ຢູ່ສະຖາບັນພຸດທະສາສະໜາ ນິກາຍນິລະຍານ ຂະແມ, ນະຄອນ ເກິ່ນເທີ ໄດ້ຈັດການສະຫຼອງ ວັນບຸນ Sene Dolta ປີ 2025 ໃຫ້ແກ່ ພໍ່ແມ່ພີ່ນ້ອງຊາວເຜົ່າ ຂະແມ ໃນບໍລິເວນ. ດ້ວຍຫົວຂໍ້ “ສະຫຼອງວັນບຸນ Sene Dolta - ສາມັກຄີ, ປ່ຽນແປງໃໝ່, ເຊື່ອມໂຍງ ແລະ ພັດທະນາ”, ລາຍການແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງ ນະຄອນ ເກິ່ນເທີ ທີ່ມີຕໍ່ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງພໍ່ແມ່ພີ່ນ້ອງຊາວເຜົ່າຂະແມ. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ໂຮ່ທິເກິມດາວ, ຮອງເລຂາຄະນະພັກນະຄອນ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ເກິ່ນເທີ ເນັ້ນໜັກວ່າ ອຳນາດການປົກຄອງນະຄອນ ໄດ້ສຸມໃສ່ລະດົມ ແລະ ເສີມຂະຫຍາຍບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນເພື່ອເບິ່ງແຍງດູແລຊີວິດການເປັນຢູ່, ສ້າງເງື່ອນໄຂເພື່ອໃຫ້ພໍ່ແມ່ພີ່ນ້ອງຊາວເຜົ່າ ຂະແມ ອຸ່ນອຽນໃຈອອກແຮງງານ, ທຳການຜະລິດ. ທ່ານນາງສະເໜີທຸກຂັ້ນ, ທຸກຂະແໜງການຜັນຂະຍາຍການປະຕິບັດບັນດານະໂຍບາຍ, ລາຍການ, ໂຄງການພັດທະນາເສດຖະກິດ - ສັງຄົມໃຫ້ເປັນຢ່າງດີ ເພື່ອປັບປຸງໂຄງປະກອບພື້ນຖານໂຄງລ່າງເຂດຊົນເຜົ່າສ່ວນໜ້ອຍໃຫ້ສົມບູນແບບເທື່ອລະກ້າວ, ທ່ານນາງປາດຖະໜາຢາກໃຫ້ພໍ່ແມ່ພີ່ນ້ອງ ຂະແມ ສືບຕໍ່ຮ່ວມແຮງຮ່ວມໃຈພ້ອມກັບອຳນາດການປົກຄອງເພື່ອຜັນຂະຫຍາຍໜ້າທີ່ພັດທະນາເສດຖະກິດ - ສັງຄົມຢ່າງມີປະສິດທິຜົນ, ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການ, ບັນດາໂຄງການເປົ້າໝາຍແຫ່ງຊາດ.

TAG
VOV/VOVworld/ເຜົ່າ​ຂະ​ແມ/ວັນ​ບຸນ Sene Dolta

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ