logo

ຟີ​ລິບ​ປິນ, UAE ຍື່ນ​ໃບ​ຄຳ​ຮ້ອງ​ຂໍ​ເຂົ້າ​ຮ່ວມສັນ​ຍາ CPTPP

2025/11/4 | 08:54:26
(VOVWORLD) - ເດືອນສິງຫາ, ຟີລິບປິນ ແລະ UAE ໄດ້ຍື່ນໃບຄຳຮ້ອງຂໍເຂົ້າຮ່ວມສັນຍາດັ່ງກ່າວເຖິງ ນິວຊີແລນ, ເຊິ່ງເປັນປະເທດສວມບົດບາດເປັນໃຈກາງບໍລິຫານຂອງສັນຍາ CPTPP.

ວັນທີ 3 ພະຈິກ, ລັດຖະບານ ຍີ່ປຸ່ນ ໃຫ້ຮູ້ວ່າ ຟີລິບປິນ ແລະ ສະຫະລັດ ອາຣັບ ເອມມີເລດ (UAE) ໄດ້ຍື່ນໃບຄຳຮ້ອງຂໍເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ໃນຂະນະທີ່ ສ.ເກົາຫຼີ ກໍພວມພິຈາລະນາການກະທຳທີ່ຄ້າຍຄືກັນ. ບັນດາເຈົ້າໜ້າທີ່ໃຫ້ຮູ້ວ່າ ເດືອນສິງຫາ, ຟີລິບປິນ ແລະ UAE ໄດ້ຍື່ນໃບຄຳຮ້ອງຂໍເຂົ້າຮ່ວມສັນຍາດັ່ງກ່າວເຖິງ ນິວຊີແລນ, ເຊິ່ງເປັນປະເທດສວມບົດບາດເປັນໃຈກາງບໍລິຫານຂອງສັນຍາສະບັບນີ້. ສັນຍາ CPTPP ຍົກເວັ້ນພາສີສຳລັບສິນຄ້າຫຼາຍປະເພດ ແລະ ເຮັດໃຫ້ບັນດາຫຼັກການກ່ຽວກັບຊັບສິນທາງປັນຍາ ແລະ ຂົງເຂດອື່ນໆ ກົມກຽວ.

ສັນຍາສະບັບດັ່ງກ່າວ ມີສະມາຊິກທັງໝົດ 12 ປະເທດ, ໃນນັ້ນ ມີ ຫວຽດນາມ.  ໂກດສຕາ ຣີຕາ ພວມໃນໄລຍະເຈລະຈາເພື່ອເຂົ້າເປັນສະມາຊິກ, 8 ປະເທດ ແລະ ພາກພື້ນອື່ນ, ໃນນັ້ນ ມີ ຟິລິບປິນ ແລະ UAE ໄດ້ຍື່ນໃບຄຳຮ້ອງຂໍ ແລະ ກຳລັງລໍຖ້າການເຈລະຈາ.

TAG
VOV/VOVworld/​ສັນ​ຍາ CPTPP/​ສັນ​ຍາ​ຄູ່​ຮ່ວມ​ມື​ຮອບ​ດ້ານ ແລະ ກ້າວ​ໜ້າ​ຂ້າມ​ປາ​ຊີ​ຟິກ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ