logo

ຟີ​ລິບ​ປິນ ປະ​ກາດ​ໃຊ້​ສະ​ພາ​ວະ​ສຸກ​ເສີນ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ

2025/2/4 | 11:45:32
(VOVWORLD) - ທ່ານລັດຖະມົນຕີກະຊວງກະສິກຳ ຟີລິບປິນ, Francisco Tiu Laurel ໄດ້ປະກາດໃຊ້ສະພາວະສຸກເສີນກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານສຳລັບເຂົ້າສານ ເພື່ອແນໃສ່ຄວບຄຸມລາຄາ ແລະ ຮັບປະກັນແຫຼ່ງສະໜອງໃຫ້ແກ່ປະຊາຊົນ.
ການຂົນສົ່ງເຂົ້າສານຢູ່ນະຄອນຫຼວງ Manila,  ຟີລິບປິນ (ພາບ: AFP/TTXVN)

ຕໍ່ໜ້າສະພາວະລາຄາເຂົ້າສານພາຍໃນປະເທດເພີ່ມຂຶ້ນສູງແບບຜິດປົກກະຕິ, ທ່ານລັດຖະມົນຕີກະຊວງກະສິກຳ ຟີລິບປິນ, Francisco Tiu Laurel ໄດ້ປະກາດໃຊ້ສະພາວະສຸກເສີນກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານສຳລັບເຂົ້າສານ ເພື່ອແນໃສ່ຄວບຄຸມລາຄາ ແລະ ຮັບປະກັນແຫຼ່ງສະໜອງໃຫ້ແກ່ປະຊາຊົນ.

        ຕາມກົດໝາຍວ່າດ້ວຍພາສີອາກອນສຳລັບເຂົ້າສານແລ້ວ, ລັດຖະມົນຕີກະຊວງກະສິກຳ ມີສິດປະກາດສະພາວະສຸກເສີນກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ ເມື່ອລາຄາເຂົ້າສານເພີ່ມຂຶ້ນສູງແບບຜິດປົກກະຕິ, ອະນຸຍາດໃຫ້ NFA ແຊກແຊງດ້ວຍວິທີສະໜອງເຂົ້າສານແຮສາງໃຫ້ແກ່ບັນດາກົມກອງລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນຕ່າງໆ ເພື່ອແນໃສ່ຫຼຸດລາຄາ ແລະ ປົກປ້ອງຜູ້ບໍລິໂພກ.

TAG
VOV/VOVworld/ຟີ​ລິບ​ປິນ/ສະ​ພາ​ວະ​ສຸກ​ເສີນ/ເຂົ້າ​ສານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ