ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ເຂົ້າຮ່ວມການພົບປະແລກປ່ຽນວັດທະນະທຳຫວຽດນາມ - ລາວ

“ ອາດເວົ້າໄດ້ວ່າບໍ່ມີຄຳໃດໃນພາສາຫວຽດນາມ ແລະ ພາສາລາວ ສາມາດພັນລະນາຈົນສຸດກ່ຽວກັບຄວາມໝາຍຂອງມູນເຊື້ອມິດຕະພາບ, ນ້ຳໃຈພິເສດອັນຍິ່ງໃຫຍ່ ແລະ ຄວາມຜູກພັນຢ່າງກົມກຽວໜຽວແໜ້ນລະຫວ່າງສອງຊາດພວກເຮົາ. ຂ້າພະເຈົ້າເຊື່ອໝັ້ນຢ່າງແນວແນ່ ແລະ ເຂົ້າໃຈຢ່າງເລິກເຊິ່ງວ່າ ປະຊາຊົນຫວຽດນາມ ແລະ ລາວ ແຕ່ລະຄົນ ຈາກລຸ້ນປະຈຸບັນ ແລະ ລູກຫຼານໃນອະນາຄົດຈະຈາລຶກ, ອະນຸລັກຮັກສາ, ປົກປັກຮັກສາມູນເຊື້ອມິດຕະພາບ, ຄວາມສາມັກຄີແບບພິເສດທີ່ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດພວກເຮົາ ”.
ໃນການພົບປະແລກປ່ຽນ, ບັນດາແຂກຖືກເຊີນແມ່ນສະມາຊິກສາພາແຫ່ງຊາດຫວຽດນາມ - ລາວ, ຜູ້ຕາງໜ້າການນຳບັນດາແຂວງພາກເໜືອຂອງລາວ ແລະ ຫວຽດນາມ ໄດ້ແລກປ່ຽນກ່ຽວກັບການພົວພັນລະຫວ່າງສອງປະເທດ, ສອງສະພາແຫ່ງຊາດ; ກ່ຽວກັບການພົວພັນຮ່ວມມືເສດຖະກິດ, ສັງຄົມ ລະຫວ່າງບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ. ບັນດາແຂກຖືກເຊີນລ້ວນແຕ່ຢືນຢັນການຮ່ວມມືມິດຕະພາບແບບພິເສດທີ່ເປັນມູນເຊື້ອລະຫວ່າງສອງປະເທດຫວຽດນາມ - ລາວ ນັບມື້ນັບເຂົ້າສູ່ລວງເລິກ, ນັ້ນແມ່ນເງື່ອນໄຂສະດວກເພື່ອໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆ ເປີດກວ້າງການຮ່ວມມືໃນທຸກໆຂົງເຂດເຊິ່ງສອງພັກ, ສອງລັດ ແລະ ສອງສະພາແຫ່ງຊາດໄດ້ຕົກລົງນຳກັນ.




