logo

ມຸ່ງ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ XIV ຂອງ​ພັກ: ຫວຽດ​ນາມ ສືບ​ຕໍ່​ຍົກ​ສູງ​ປະ​ສິດ​ທິ​ຜົນ​ເມື່ອ​ເຂົ້າ​ຮ່ວມ​ບັນ​ດາ​ກົນ​ໄກຫຼາຍ​ຝ່າຍ

2025/12/23 | 10:32:20
(VOVWORLD) - ການປະສານສົມທົບຢ່າງຄົບຊຸດລະຫວ່າງພາຍໃນປະເທດ ແລະ ບັນດາອົງການຕາງໜ້າປະຈຳຕ່າງປະເທດ, ລະຫວ່າງຫຼາຍຝ່າຍ ແລະ ສອງຝ່າຍແມ່ນປັດໄຈຫຼັກເພື່ອສ້າງທ່ວງທ່າ ແລະ ກຳລັງ, ຍົກສູງທັດສະນະຂອງ ຫວຽດນາມ ໃນລະບົບສາກົນ.
ທ່ານ ມາຍຟານຢຸງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ (ພາບ: TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໃກ້ຈະດຳເນີນ, ທ່ານ ມາຍຟານຢຸງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ພັກ ແລະ ລັດໄດ້ປະກາດໃຊ້ຫຼາຍແຜນນະໂຍບາຍທີ່ສຳຄັນເພື່ອແນໃສ່ຍົກສູງບົດບາດຂອງການທູດຫຼາຍຝ່າຍ, ສະແດງໃຫ້ເຫັນຢ່າງຈະແຈ້ງໃນມະຕິເລກທີ 59 ຂອງກົມການເມືອງ ກ່ຽວກັບການຍົກສູງປະສິດທິຜົນຂອງການເຊື່ອມໂຍງເຂົ້າກັບສາກົນຮອດປີ 2030. ມະຕິໄດ້ຮຽກຮ້ອງ ຫວຽດນາມ ຕ້ອງເປັນເຈົ້າການ, ຕັ້ງໜ້າ ແລະ ຍົກສູງຄຸນນະພາບການເຂົ້າຮ່ວມບັນດາກົນໄກຫຼາຍຝ່າຍ, ຜ່ານນັ້ນປະກອບສ່ວນຢ່າງແທດຈິງເພື່ອສັນຕິພາບ ແລະ ການພັດທະນາລວມ, ພ້ອມທັງຮັບໃຊ້ໂດຍກົງພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ການປະສານສົມທົບຢ່າງຄົບຊຸດລະຫວ່າງພາຍໃນປະເທດ ແລະ ບັນດາອົງການຕາງໜ້າປະຈຳຕ່າງປະເທດ, ລະຫວ່າງຫຼາຍຝ່າຍ ແລະ ສອງຝ່າຍແມ່ນປັດໄຈຫຼັກເພື່ອສ້າງທ່ວງທ່າ ແລະ ກຳລັງ, ຍົກສູງທັດສະນະຂອງ ຫວຽດນາມ ໃນລະບົບສາກົນ.

TAG
VOV/VOVworld/ກອງ​ປະ​ຊຸມ​ໃຫຍ່/ພັກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ