logo

ມຸ່ງ​ໄປ​ເຖິງ​ການ​ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ - ອາ​ຟ​ະ​ລິ​ກາ​ໃຕ້ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ປີ​ນີ້

2025/10/24 | 10:17:02
(VOVWORLD) - ມຸ່ງໄປເຖິງການຍົກລະດັບການພົວພັນສອງຝ່າຍ ຫວຽດນາມ - ອາຟະລິກາໃຕ້ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີນີ້ ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນ ໂດຍທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ  ແລະ ທ່ານ Matamela Cyril Ramaphosa ປະທານາທິບໍດີ ອາຟະລິກາໃຕ້ ໄດ້ຕົກລົງເປັນເອກະພາບໃນການພົບປະສົນທະນາເມື່ອຕອນບ່າຍວັນທີ 23 ຕຸລາ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານ Matamela Cyril Ramaphosa ປະທານາທິບໍດີ ອາຟະລິກາໃຕ້.
ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ  ແລະ ທ່ານ Matamela Cyril Ramaphosa ປະທານາທິບໍດີ ອາຟະລິກາໃຕ້

ເມື່ອແລກປ່ຽນກ່ຽວກັບບັນດາກຳນົດທິດທາງການຮ່ວມມືໃນໄລຍະຈະມາເຖິງ, ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຊຸກຍູ້ການພົວພັນຮ່ວມມືດ້ານການຄ້າ, ການລົງທຶນ ແມ່ນກຳລັງໜູນ, ມາດຕະການໃຈກາງ. ການນຳສອງທ່ານສະເໜີໃຫ້ສອງປະເທດເປີດປະຕູຕະຫຼາດໃຫ້ແກ່ບັນດາປະເພດສິນຄ້າທີ່ມີທ່າແຮງ ແລະ ວິສາຫະກິດຂອງແຕ່ລະຝ່າຍແຊກຊຶມເຂົ້າຕະຫຼາດຂອງກັນ ແລະ ເຂົ້າຕະຫຼາດພາກພື້ນ; ສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ສຳຄັນ ແລະ ມີກຳລັງບົ່ມຊ້ອນຄື: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພະລັງງານ, ບໍ່ແຮ່, ອຸດສາຫະກຳປະດິດແຕ່ງ, ກະສິກຳ, ການຮັກສາສັນຕິພາບ, ການສຶກສາ, ບຳລຸງວິຊາຊີບ, ພື້ນຖານໂຄງລ່າງ, ເສດຖະກິດສີຂຽວ...; ສົມທົບກັນຈັດບັນດາກິດຈະກຳພົບປະແລກປ່ຽນປະຊາຊົນ, ແລກປ່ຽນສິລະປະ, ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ.

ກ່າວຄຳເຫັນທີ່ການຖະແຫຼງຂ່າວພາຍຫຼັງການພົບປະສົນທະນາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເນັ້ນໜັກວ່າ:

“ພວກຂ້າພະເຈົ້າຊົມເຊີຍເລື່ອງສອງຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບໝາກຜົນຂອງການຢ້ຽມຢາມຄັ້ງນີ້. ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ອົງການທີ່ກ່ຽວຂ້ອງຂອງສອງປະເທດຕັ້ງໜ້າແລກປ່ຽນ, ເຈລະຈາກັນ ມຸ່ງໄປເຖິງການລົງນາມໃນເອກະສານສຳຄັນສະບັບຕ່າງໆ, ສ້າງກອບນິຕິກຳໃຫ້ແກ່ການເຄື່ອນໄຫວຮ່ວມມືສອງຝ່າຍ, ເຊັ່ນ ສັນຍາຫຼີກລ້ຽງການເສຍພາສີຊ້ຳຊ້ອນ, ສັນຍາຍົກເວັ້ນວິຊາໃຫ້ແກ່ຜູ້ຖືໜັງສືຜ່ານແດນທົ່ວໄປ, ສັນຍາຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ..., ສ້າງກອບນິຕິກຳຢ່າງໜັກແໜ້ນໃຫ້ການຮ່ວມມື ແລະ ພັດທະນາສາຍພົວພັນສອງປະເທດໃນໄລຍະຈະມາເຖິງ”.

  ສ່ວນທ່ານ Matamela Cyril Ramaphosa ປະທານາທິບໍດີ ອາຟະລິກາໃຕ້  ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືແກ່ນສານຂອງ ອາຟະລິກາໃຕ້ ຢູ່ ອາຊີຕາເວັນອອກສ່ຽງໃຕ້, ພ້ອມທັງເຊື່ອໝັ້ນວ່າ ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ ຈະສ້າງພື້ນຖານໃຫ້ແກ່ການພົວພັນທີ່ມີໂຄງປະກອບຈະແຈ້ງກວ່າ, ມຸ່ງໄປເຖິງການຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີນີ້.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຢ້ຽມຂ່ຳນັບທ່ານ Matamela Cyril Ramaphosa ປະທານາທິບໍດີ ອາຟະລິກາໃຕ້

ກໍໃນຕອນບ່າຍຂອງວັນດຽວກັນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ Matamela Cyril Ramaphosa ປະທານາທິບໍດີ ອາຟະລິກາໃຕ້.

ຫວຽດເກື່ອງ

TAG
VOV/VOVworld/ປະທານາທິບໍດີ ອາຟະລິກາໃຕ້/ປະ​ທານ​ປະ​ເທດ ຫວຽດ​ນາມ ເລືອງ​ເກື່ອງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ