logo

ມີ​ຕື່ມ​ອີກຫຼາຍ​ປະ​ເທດ​ຮັບ​ຮອງ​​ເອົ​າລັດ ປາ​ແລັດ​ສະ​ຕິນ ​ຢ່າງ​ເປັນ​ທາງ​ການ

2025/9/22 | 09:45:34
(VOVWORLD) - ໃນສື່ສັງຄອມອອນໄລ X, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ຊີ້ແຈ້ງວ່າ ເພື່ອປຸກລຸກຄວາມຫວັງສັນຕິພາບໃຫ້ແກ່ ຊາວປາແລັດສະຕິນ ແລະ ຊາວອິດສະລາແອັນ, ກໍ່ຄືມາດຕະການ ສອງລັດ, ລາຊະອານາຈັກ ອັງກິດ ໄດ້ຮັບຮອງເອົາ ລັດປາແລັດສະຕິນຢ່າງເປັນທາງການ.
(ພາບ: REUTERS/Dawoud Abu Alkas)

ວັນທີ 21 ກັນຍາ, ພຽງແຕ່ໜຶ່ງວັນກ່ອນ ຈັດກອງປະຊຸມສາກົນ ກ່ຽວກັບມາດຕະການສອງລັດ ໃຫ້ແກ່ ປາແລັດສະຕິນ ແລະ ອິດສະລາແອັນ ຄາດວ່າຈະດຳເນີນຢູ່ນະຄອນ ນິວຢອກ (ອາເມລິກາ), ມີບັນດາປະເທດຄື: ອັງກິດ, ການາດາ, ແລະ ອົດສະຕາລີ ໄດ້ປະກາດຮັບຮອງເອົາ ລັດ ປາແລັດສະຕິນ, ສ້າງຂີດໝາຍສຳຄັນໃນຄວາມມານະພະຍາຍາມຊຸກຍູ້ສັນຕິພາບ ຢູ່ຕາເວັນອອກກາງ.

ໃນສື່ສັງຄອມອອນໄລ X, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ຊີ້ແຈ້ງວ່າ ເພື່ອປຸກລຸກຄວາມຫວັງສັນຕິພາບໃຫ້ແກ່ ຊາວປາແລັດສະຕິນ ແລະ ຊາວອິດສະລາແອັນ, ກໍ່ຄືມາດຕະການ ສອງລັດ, ລາຊະອານາຈັກ ອັງກິດ ໄດ້ຮັບຮອງເອົາ ລັດປາແລັດສະຕິນຢ່າງເປັນທາງການ. ຖະແຫຼງການນີ້ໄດ້ຮັບຖືວ່າແມ່ນການປ່ຽນແປງຄັ້ງປະຫວັດສາດ ໃນນະໂຍບາຍການຕ່າງປະເທດຂອງ ອັງກິດໃນຫຼາຍທົດສະວັດຜ່ານມາ.

ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ການາດາກໍ່ ໄດ້ ຖະແຫຼງຮັບຮອງເອົາລັດ ປາແລັດສະຕິນ ຢ່າງເປັນທາງການ ແລະ ສະເໜີການຮ່ວມມືໃນການສ້າງຄຳໝັ້ນສັນຍາ ກ່ຽວກັບອະນາຄົດແຫ່ງສັນຕິພາບ ໃຫ້ແກ່ທັງລັດ ປາແລັດສະຕິນ ແລະ ລັດ ອິດສະລາແອັນ. ຖະແຫຼງການໄດ້ເນັ້ນໜັ້ກວ່າ ການຮັບຮອງຂອງ ການາດາແມ່ນສອດຄ່ອງກັບບັນດາຫຼັກການຕັດສິນດ້ວຍຕົນເອງ ແລະ ບັນດາສິດພື້ນຖານຂອງມວນມະນຸດທີ່ໄດ້ຍົກອອກມາໃນກົດບັດ ສປຊ.

ດັ່ງນັ້ນ, ມາຮອດປັດຈຸບັນມີກ່ວາ 140 ປະເທດຮັບຮອງ ລັດ ປາແລັດສະຕິນຢ່າງເປັນທາງການ. ຄາດວ່າຈະມີຕື່ມອີກຫຼາຍປະເທດຍົກອອກຄຳຕັດສິນທີ່ຄ້າຍຄືກັນຢູ່ກອງປະຊຸມກ່ຽວກັບມາດຕະການສອງລັດ ທີ່ໄດ້ດຳເນີນຢູ່ນິວຢອກໃນວັນທີ 22 ກັນຍາ.

TAG
VOV/VOVworld/ອິດ​ສະ​ລາ​ແອັນ/ປາ​ແລັດ​ສະ​ຕິນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ