logo

ມີປະຊາຊົນ ປາແລັດສະຕິນ ຫຼາຍຄົນເສຍຊີວິດພາຍຫຼັງບັນດາການບຸກໂຈມຕີຂອງ ອິດສະຣາແອັນ ຢູ່ເຂດ ກາຊາ

2025/9/14 | 07:29:59
(VOVWORLD) - ພຽງແຕ່ໃນວັນທີ 12 – 13 ກັນຍາ, ຈຳນວນຜູ້ເສຍຊີວິດໃນບັນດາບັ້ນການບຸກໂຈມຕີຂອງກອງທັບ ອິດສະຣາແອັນ ເຂົ້າໃສ່ເຂດ ກາຊາ ໄດ້ຂຶ້ນເຖິງ 115 ຄົນ.
ກຳລັງປ້ອງກັນຕົວ ອິດສະຣາແອັນ ຍັງບໍ່ທັນຍົກອອກຄຳເຫັນໃດກ່ຽວກັບຈຳນວນຜູ້ລົ້ມຫາຍຕາຍຈາກຫຼ້າສຸດໂດຍຝ່າຍ ອິດສະຣາແອັນ ປະກາດ
(ພາບປະກອບ: THX/TTXVN)

ໂດຍສືບຕໍ່ຍຸດທະສາດດ້ານການທະຫານຢູ່ເຂດ ກາຊາ ເຄັ່ງຕຶງຂຶ້ນ, ວັນທີ 13 ກັນຍາ, ກອງທັບ ອິດສະຣາແອັນ ໄດ້ດຳເນີນການບຸກໂຈມຕີທາງອາກາດ ແລະ ທາງບົກເປັນຫຼາຍຄັ້ງແນໃສ່ເຂດ ກາຊາ, ກໍ່ໃຫ້ເກີດການລົ້ມຫາຍຕາຍຈາກແກ່ປະຊາຊົນ ປາແລັດສະຕິນ, ໃນນັ້ນມີເດັກນ້ອຍຫຼາຍຄົນ.

ພຽງແຕ່ໃນວັນທີ 12 – 13 ກັນຍາ, ຈຳນວນຜູ້ເສຍຊີວິດໃນບັນດາບັ້ນການບຸກໂຈມຕີຂອງກອງທັບ ອິດສະຣາແອັນ ເຂົ້າໃສ່ເຂດ ກາຊາ ໄດ້ຂຶ້ນເຖິງ 115 ຄົນ. ໄລ່ລວມນັບແຕ່ມື້ເກີດການປະທະກັນ (ວັນທີ 07 ຕຸລາ 2023) ມາຮອດປະຈຸບັນ, ການບຸກໂຈມຕີຂອງ ອິດສະຣາແອັນ ໄດ້ເຮັດໃຫ້ມີຜູ້ເສຍຊີວິດກວ່າ 64.800 ຄົນ, ຜູ້ຮັບບາດເຈັບກວ່າ 164.000 ຄົນ, ນັບພັນຄົນຫາຍສາບສູນ. ວົງການສາທາລະນະສຸກ ກາຊາ ຢືນຢັນວ່າ ຜູ້ເສຍຊີວິດສ່ວນຫຼາຍແມ່ນສາມັນຊົນ, ໃນນັ້ນມີເດັກນ້ອຍ ແລະ ແມ່ຍິງໄດ້ກວມເອົາສ່ວນຫຼາຍ.

ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ຍັງບໍ່ທັນຍົກອອກຄຳເຫັນໃດກ່ຽວກັບຈຳນວນຜູ້ລົ້ມຫາຍຕາຍຈາກຫຼ້າສຸດໂດຍຝ່າຍ ອິດສະຣາແອັນ ປະກາດ, ແຕ່ຢັ້ງຢືນວ່າ ພວມສືບຕໍ່ບຸກໂຈມຕີເຂດ ກາຊາ ດ້ວຍຈຸດສຸມຂອງການບຸກໂຈມຕີແມ່ນນະຄອນ ກາຊາ.

TAG
VOV/VOVworld/​ບຸກ​ໂຈມ​ຕີ​/ອິດ​ສະ​ຣາ​ແອັນ/​ຜູ​້​ເສ​ຍ​ຊີ​ວິດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ