logo

ມີ​ຜູ້​ເຂົ້​າ​ຮ່ວມ​ການ​ເສັງ​ຊອກ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ສ​າດ​ການ​ພົວ​ພັນ​ພິ​ເສດ ຫວຽດ​ນາມ - ລາວ ໃນອາ​ທິດ​ທີ 9 ກ່​ວາ 66.500 ຄົນ

2022/8/16 | 07:57:21
(VOVWORLD) -ຈຳນວນຜູ້ເຂົ້າຮ່ວມການເສັງຖືສັນຊາດ ຫວຽດນາມ ແມ່ນ ເກືອບ 66.500 ຄົນ, ສ່ວນຍັງເຫຼືອແມ່ນຄົນຖືສັນຊາດລາວ ແລະ ບັນດາປະເທດອື່ນໆ.

        ຕາມຄະນະຈັດຕັ້ງການເສງ “ຊອກຮູ້ກ່ຽວກັບປະຫວັດສາດການພົວພັນພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ” ປີ 2022, ໃນອາທິດທີ 9 (ນັບແຕ່ເວລາ 16 ໂມງວັນທີ 8 ສິງຫາ 2022 ຫາເວລາ 15 ໂມງວັນທີ 15 ສິງຫາ 2022) ໂດຍມີຜູ້ເຂົ້າຮ່ວມເກືອບ 66.600 ຄົນ ດ້ວຍບົດເຂົ້າຮ່ວມການເສັງກ່ວາ 310.650 ເທື່ອບົດ, ໃນນັ້ນມີ ຜູ້ຕອບຖືກທັງ 10 ຄຳຖາມກ່ວາ 30.000 ຄົນ. ຈຳນວນຜູ້ເຂົ້າຮ່ວມການເສັງຖືສັນຊາດ ຫວຽດນາມ ແມ່ນ ເກືອບ 66.500 ຄົນ, ສ່ວນຍັງເຫຼືອແມ່ນຄົນຖືສັນຊາດລາວ ແລະ ບັນດາປະເທດອື່ນໆ.

        ການເສັງ “ຊອກຮູ້ກ່ຽວກັບປະຫວັດສາດການພົວພັນພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ” ປີ 2022 ໄດ້ຈັດຕັ້ງຕາມຮູບແບບປາລະໄນທາງໄກ ປະຈຳອາທິດ ໃນສື່ເອເລັກໂຕນິກ ພັກກອມມູນິດ ຫວຽດນາມ, ສື່ສັງຄົມອອນລາຍ VCNet ແລະ ອົງການຈັດຕັ້ງສື່ມວນຊົນຕ່າງໆສົມທົບ, ເຊິ່ງໄດ້ດຳເນີນໃນເວລາ 12 ອາທິດນັບແຕ່ວັນທີ 13 ມິຖຸນາ 2022 ຫາວັນທີ 5 ກັນຍາ ປີ 2022. ອາທິດທີ 10 ໄດ້ດຳເນີນນັບແຕ່ເວລາ 16 ໂມງຂອງວັນທີ 15 ສິງຫາ 2022 ຫາ ເວລາ 15 ໂມງຂອງວັນທີ 22 ສິງຫາ 2022. Link ເຂົ້າຮ່ວມການເສັງ:  vietlao.dangcongsan.vn.

TAG
VOV/VOVworld/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ