logo

ມີ​ຜູ້​ເສຍ​ຊີ​ວິດກວ່າ 300 ຄົນ​ຍ້ອນ​ໄພ​ນ້ຳ​ຖ້ວມ​ຢູ່ ອິນ​ໂດ​ເນ​ເຊຍ

2025/11/30 | 10:20:47
(VOVWORLD) - ທາງທິດເໜືອ Sumatra ມີຈຳນວນຜູ້ບາດເຈັບລົ້ມຕາຍສູງທີ່ສຸດ, ດ້ວຍ 166 ຄົນເສຍຊີວິດ ແລະ 143 ຄົນ ຫາຍສາບສູນ. 
ຢູ່ Padang, ແຂວງ Sumatra ຕາເວັນຕົກ, ອິນໂດເນເຊຍ ພາຍຫຼັງຖືກນ້ຳຖ້ວມ (ພາບ:  REUTERS/Willy Kurniawan)

ມີຜູ້ເສຍຊີວິດທັງໝົດ303 ຄົນ ແລະ ຜູ້ຫາຍສາບສູນ 279 ຄົນ  ເມື່ອເກີດນ້ຳຖ້ວມໄຫຼຊຸ ແລະ ດິນເຊາະເຈື່ອນຢູ່ສາມແຂວງຂອງເຂດ Sumatra ຂອງ ອິນໂດເນເຊຍ. ໃນຂະນະນັ້ນ, ທາງທິດເໜືອ Sumatra ມີຈຳນວນຜູ້ບາດເຈັບລົ້ມຕາຍສູງທີ່ສຸດ, ດ້ວຍ 166 ຄົນເສຍຊີວິດ ແລະ 143 ຄົນ ຫາຍສາບສູນ. ປະຊາຊົນກວ່າ 35.000 ຄົນ ໄດ້ຖືກຍົກຍ້າຍໄປຍັງບ່ອນປອດໄພ, ປັດຈຸບັນຍັງມີຫຼາຍເຂດບໍ່ສາມາດຕິດຕໍ່ພົວພັນກັບພາຍນອກໄດ້, ປະຊາຊົນພວມຕ້ອງດິ້ນຮົນເພື່ອຊອກຫາອາຫານ ແລະ ນ້ຳສະອາດ.

ປັດຈຸບັນ, ລັດຖະບານ ອິນໂດເນເຊຍ ພວມມານະພະຍາຍາມຍົກຍ້າຍຜູ້ປະສົບເຄາະຮ້າຍ, ລວມທັງການສະໜອງການຊ່ວຍເຫຼືອໃຫ້ແກ່ເຂດຖືກນ້ຳຖ້ວມຍຶງຂຶ້ນສູງບໍ່ສາມາດຕິດຕໍ່ກັບພາຍນອກໄດ້. ອົງການອຸຕູນິຍົມອຸທົກກະສາດ ແລະ ພູມີຟີຊິກສາດ ອິນໂດເນເຊຍ ແຈ້ງເຕືອນວ່າ ປະຊາຊົນຄວນລະມັດລະວາງຕໍ່ບັນດາໄພພິບັດທີ່ອາດຈະເພີ່ມຂຶ້ນ.

ນັກຂ່າວປະຈຳ ອິນໂດເນເຊຍ

TAG
VOV/VOVworld/ອິນໂດເນເຊຍ/ນ້ຳຖ້ວມໄຫຼຊຸ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ