logo

ມີ​ຜູ້​ເສຍ​ຊີ​ວິດ ແລະ ຫາຍ​ສາບ​ສູນກວ່າ 40 ຄົນ ພາຍຫຼັງ​ພາ​ຍຸ ບົວ​ລອຍ

2025/9/30 | 11:18:47
(VOVWORLD) - ໄລ່ຮອດເວລາ 11 ໂມງຂອງຕອນບ່າຍວັນທີ 30 ກັນຍາ,  ພາຍຸ ບົວລອຍ ແລະ ຝົນຕົກນ້ຳຖ້ວມ, ລົມໃຕ້ຝຸ່ນດິນເຊາະເຈື່ອນ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫາຍສາບສູນກວ່າ 40 ຄົນ, ເຮືອນຊານຂອງປະຊາຊົນນັບແສນຫຼັງຖືກເປ່ເພ, ເສຍຫາຍ
ພາຍຸບົວລອຍ ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຢູ່ຫຼາຍແຂວງຂອງ ຫວຽດນາມ

ໄລ່ຮອດເວລາ 11 ໂມງຂອງຕອນບ່າຍວັນທີ 30 ກັນຍາ,  ພາຍຸ ບົວລອຍ ແລະ ຝົນຕົກນ້ຳຖ້ວມ, ລົມໃຕ້ຝຸ່ນດິນເຊາະເຈື່ອນ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫາຍສາບສູນກວ່າ 40 ຄົນ, ເຮືອນຊານຂອງປະຊາຊົນນັບແສນຫຼັງຖືກເປ່ເພ, ເສຍຫາຍ; ເນື້ອທີ່ເຂົ້າ ແລະ ພືດພັນທັນຍາຫານນັບໝື່ນເຮັກຕາຖືກນ້ຳຖ້ວມ; ເນື້ອທີ່ປູກລ້ຽງສິນໃນນ້ຳເກືອບ 7.300 ເຮັກຕາຖືກເສຍຫາຍ, ລະດັບຄັນຄູ, ແຄມແມ່ນ້ຳ, ແຄມທະເລກວ່າ 6.400 ແມັດ ຖືກເຊາະເຈືື່ອນ… .; ບັນດາແຂວງ ແທັງຮວ໊າ, ເງະອານ, ຮ່າຕິງ, ກວ໋າງຈິ ບໍ່ມີໄຟຟ້າໃຊ້ເປັນວົງກວ້າງ.

        ຍ້ອນຖືກຜົນກະທົບຫຼັງພາຍຸບົວລອຍ, ຂະແໜງລົດໄຟ ຫວຽດນາມ ຕ້ອງຢຸດຕິການເຄື່ອນໄຫວຂອງຖ້ຽວລົດໄຟຈຳນວນໜຶ່ງໄວ້ຊົ່ວຄາວ ເພື່ອຮັບປະກັນຄວາມປອດໄພ. 

        ຕໍ່ໜ້າບັນດາຜົນເສຍຫາຍຍ້ອນພາຍຸ ບົວລອຍ ກໍ່ຂຶ້ນ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ຮ່າຕິງ ຫວໍຈ້ອງຫາຍ ສະເໜີໃຫ້ລະດົມກຳລັງຢູ່ກັບບ່ອນ ຍົກຍ້າຍບັນດາຄອບຄົວຢູ່ໃນເຂດມີຄວາມສ່ຽງຖືກດິນເຊາະເຈືອນ ຢ່າງຮີບດ່ວນ.

        ໃນຂະນະນັ້ນ, ຢູ່ພາກເໜືອ, ຜົນກະທົບພາຍຫຼັງພາຍຸ ບົວລອຍ ໄດ້ກໍ່ໃຫ້ເກີດຝົນຕົກໜັກຢູ່ຫຼາຍແຂວງ, ນະຄອນ, ເຊັ່ນ: ຮ່າໂນ້ຍ, ຝູທໍ້, ຖາຍງວຽນ, ຕວຽນກວາງ, ລາວກາຍ. ເສັ້ນທາງຫຼາຍສາຍໄປຍັງບັນດາຕາແສງເຂດພູສູງ, ເຂດຫ່າງໄກສອກຫຼີກຂອງຫຼາຍທ້ອງຖິ່ນຖືກຕັດຂາດ, ສະພາບດິນເຊາະເຈື່ອນເກີດຂຶ້ນໃນໄລຍະຝົນຕົກ ແລະ ຫຼັງຝົນຕົກ.

TAG
VOV/VOVworld/ພາ​ຍຸ​ບົວ​ລອຍ/ຝົນຕົກນ້ຳຖ້ວມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ