logo

ມູມມອງ​ຮອບ​ດ້ານ​ກ່ຽວ​ກັບ​ປະ​ເທດ ຫວຽດ​ນາມ ທັນ​ສະ​ໄໝ, ວັດ​ທະ​ນະ​ທຳ​ມະ​ນຸດ, ເຊື່ອມ​ໂຍງ ແລະ ຂະ​ຫຍັນ​ຂັນ​ເຄື່ອນ

2025/10/14 | 09:40:11
(VOVWORLD) -  ງານວາງສະແດງພາບຖ່າຍ “ຫວຽດນາມ - ສະມາຊິກສະພາສິດທິມະນຸດ ສປຊ: ເຄົາລົບ ແລະ ເຂົ້າໃຈ. ການສົນທະນາ ແລະ ຮ່ວມມື. ທຸກສິດທິມະນຸດ - ໃຫ້ແກ່ທຸກຄົນ” ຖືກໄຂຂຶ້ນໃນວັນທີ 13 ຕຸລາ, ຢູ່ສຳນັກງານ ສປຊ ທີ່ ນິວຢອກ.
ທ່ານນາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຮັ່ງ ກ່າວຄຳເຫັນໃນງານວາງສະແດງ (ພາບ: VOV)

 ໃນເຫດການດັ່ງກ່າວໄດ້ວາງສະແດງພາຍຖ່າຍສິລະປະກວ່າ 50 ແຜ່ນ, ແນະນຳກ່ຽວກັບຄວາມງາມຂອງທິວທັດທຳມະຊາດ, ວັດທະນະທຳ ແລະ ປະຊາຊົນ ຫວຽດນາມ ຈາກອ່າວ ຮະລອງ ທີ່ໃຫຍ່ໂຕມະໂຫຖານ, ທົ່ງນາຂັ້ນໄດ ເຂດເຕີຍບັກ, ຕະຫຼອດຮອດຈັງຫວະຊີວິດທີ່ທັນສະໄໝ, ຄຶກຄື້ນຂອງ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ. ພິເສດ ມີຫຼາຍຮູບພາບສຸມໃສ່ສະແດງຜົນງານພົ້ນເດັ່ນຂອງ ຫວຽດນາມ ໃນການຮັບປະກັນສິດທິມະນຸດ, ຈາກຄວາມສະເໝີພາບລະຫວ່າງຍິງ - ຊາຍ, ສິດທິເດັກ, ການສຶກສາ, ສາທາລະນະສຸກ, ການພັດທະນາເຂດຊົນເຜົ່າສ່ວນໜ້ອຍ, ຕະຫຼອດຮອດການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການປັກຮັກສາສິ່ງແວດລ້ອມ - ສິ່ງພິສູດທີ່ມີຊີວິດຊີວາໃຫ້ແກ່ຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງ ຫວຽດນາມ ໃນການປະຕິບັດເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ.

ບັນດາຜູ້ແທນຢ້ຽມຊົມງານວາງສະແດງ (ພາບ: VOV)

ຜ່ານງານວາງສະແດງນີ້, ຫວຽດນາມ ປາດຖະໜາຢາກແຜ່ກະຈາຍສານກ່ຽວກັບປະເທດສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ, ຍາມໃດກໍເຊີດຊູການສົນທະນາ ແລະ ການຮ່ວມມືໃນການຮັບປະກັນສິດທິມະນຸດ, ພ້ອມທັງແບ່ງປັນບົດຮຽນປະສົບການຕົວຈິງໃນການພັດທະນາແບບຍືນຍົງ, ກວມລວມ, ສອດຄ່ອງກັບເນື້ອໃນຈິດໃຈຂອງ ກົດບັດ ສປຊ ແລະ ຖະແຫຼງການສາກົນມະນຸດສະທຳ; ພ້ອມທັງໃຫ້ຄຳໝັ້ນສັນຍາຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ.


 

TAG
VOV/VOVworld/ງານ​ວາງ​ສະ​ແດງ/​ສະ​ພາ​ສິ​ດ​ທິ​ມະ​ນຸດ ສ​ປ​ຊ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ