(VOVWORLD) - ເຈົ້າຊີວິດ - ພະພຸດທະເຈົ້າ ເຈີນເຍີນຕົງ ແມ່ນນັກວັນນະຄະດີ, ປະຫວັດສາດມີຊື່ສຽງໃນສະໄຫມລາດຊະວົງເຈີນ. ບັນດາມໍລະດົກພົ້ນເດັ່ນຂອງເພີ່ນແມ່ນຕິດພັນກັບພູ ອຽນຕື໋ ຊື່ງແມ່ນບ່ອນເພີ່ນ ສ້າງຕັ້ງນິກາຍຈຸກເລີມອຽນຕື໋.
|
ເຈີນເຍີນຕົງ (1258-1308) ຊື່ແທ້ແມ່ນ ເຈີນເຄີມ, ແມ່ນລູກຊາຍກົກຂອງເຈົ້າຊີວິດ ເຈີນແທງຕົງ. |
|
ເຈົ້າຊີວິດ ເຈີນເຍີນຕົງ ພາຍຫລັງສະຫລະບັນລັງໃຫ້ລູກຂອງຕົນ ຕັດສິນໃຈອອກຈາກພະລາດຊະວັງເພື່ອໄປບວດຢູ່ ພູອຽນຕື໋. |
![]() |
|
ພະພຸດທະເຈົ້າ ເຈີນເຍີນຕົງ ເປັນຜູ້ສ້າງຕັ້ງນິກາຍຈຸກເລີມອຽນຕື໋. ລະບົບວັດວາອາຮາມຢູ່ ອຽນຕື໋ ໄດ້ຮັບການກໍ່ສ້າງເປັນຈຳນວນຫລວງຫລາຍ. |
|
ເຈີນເຍີນຕົງແມ່ນເຈົ້າຊີວິດພະອົງຫນຶ່ງດຽວຢູ່ ຫວຽດນາມ ໄດ້ສະຫລະບັນລັງເພື່ອໄປບວດ |
![]() |
|
ພະພຸດທະເຈົ້າເຈີນຍົງຕົງ ພ້ອມກັບພະສົງ ປູກຕົ້ນດອກເຫມີຍຕົ້ນທຳອິດຢູ່ ອຽນຕື໋ |
|
ຈິດໃຈພະພຸດທະເຈົ້າເຈີນເຍີນຕົງ ແລະ ນິກາຍຈຸກເລີມ ບໍ່ພຽງແຕ່ສະແດງອອກໃນພຸດທະສາສະຫນາເທົ່ານັ້ນ ຫາກຍັງສົ່ງຜົນສະທ້ອນຢ່າງເລິກເຊິ່ງເຖິງສັງຄົມ ແລະ ມີຄຸນຄ່າດັ້ງເດີມມາຮອດປະຈຸບັນ ກາຍເປັນສັນຍາລັກຂອງວັດທະນະທຳພຸດທະສາສະຫນາ ແລະ ວັດທະນະທຳຂອງຊາດຫວຽດນາມ. |
|
ປະຈຸບັນ ເຂດປູຊະນີຍະສະຖານຢູ່ ພູອຽນຕື໋ ໄດ້ຮັບການຟື້ນຟູ, ອະນຸລັກຮັກສາ ແລະ ເສີມຂະຫຍາຍ. |
|
ແຂກທ່ອງທ່ຽວ ໄປຢ້ຽມຢາມ ວັດວາອາຮາມຢູ່ ອຽນຕື໋ ນັບມື້ນັບຫລາຍ. |
|
ຄວາມປະທັບໃຈທີ່ສຸດເມື່ອໄປຢ້ຽມຢາມ ອຽນຕື໋ ແມ່ນພະພູດທະຮູບ ຢູ່ເຂດ ອານກີ່ຊີງ ມີນ້ຳຫນັກ 138 ໂຕນ ຫລອມດ້ວຍທອງ. |
![]() |
![]() |
|
ງານບຸນ ອຽນຕື໋ ເຄີຍຈັດຂຶ້ນໃນຍາມຕົ້ນລະດູບານໃຫມ່ ແມ່ນງານບຸນໃຫຍ່ກວ່າໝູ່ ແລະ ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫລວງຫລາຍ |
![]() |
![]() |
|
ແຂກທ່ອງທ່ຽວມາ ອຽນຕື໋ ບໍ່ພຽງແຕ່ຊອກຮູ້ບັນດາຄຸນຄ່າດ້ານຈິດວິນຍານ, ວັດທະນະທຳ, ປະຫວັດສາດເທົ່ານັ້ໜ ຫາກຍັງຊົມທິວທັດທຳມະຊາດສວຍງາມອີກດ້ວຍ. |
![]() |
|
ພິທີສະແດງຄວາມຮູ້ບຸນຄຸນ ພະພຸດທະເຈົ້າ ເຈີນເຍີນຕົງ ພ້ອມທັງແມ່ນການໂຄສະນາບັນດາຄຸນຄ່າແນວຄິດ, ວັດທະນະທຳທີ່ເປັນເອກະລັກສະເພາະຂອງເພີ່ນ, ນິກາຍ ຈຸກເລີມ, ພຸດທະສາສະຫນາຫວຽດນາມ ຕໍ່ມວນຊົນ ແລະ ແຂກທ່ອງທ່ຽວມາຈາກທຸກສາລະທິດ. |




