logo

ມີຫຼາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ທ້ອງ​ຖິ່ນ​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ວິດ

2025/10/12 | 12:21:32
(VOVWORLD) - ໃນຂອບເຂດການປະຕິບັດງານຢູ່ປະເທດ ອີຕາລີ ແລະ ສະວິດ, ຄະນະປະຕິບັດງານບັນດາແຂວງ ແຄັງຮວ່າ ໂດຍທ່ານ ຫງວຽນຄັກຕວ່ານ, ປະທານຄະນະກໍາມະການປະຊາຊົນແຂວງເປັນຫົວໜ້າຄະນະ, ໄດ້ເຮັດວຽກກັບອົງການເວທີປາໄສເສດຖະກິດ ສະວິດ - ຫວຽດນາມ (SVEF) ຢູ່ນະຄອນ Zurich ສະວິດ.
ບັນຍາກາດການໂອ້ລົມ (ພາບ: TTXVN)

ທີ່ການເຮັດວຽກ, ທ່ານ ປອ. Philipp Rösler  ປະທານ SVEF  ໃຫ້ຮູ້ວ່າ ຫວຽດນາມ ພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດໃຫຍ່ໃນບັນດາຂົງເຂດທີ່ມີກຳລັງບົ່ມຊ້ອນ, ອາດຈະສ້າງກຳລັງຜັກດັນໃໝ່ຊຸກຍູ້ບັນດາວິສາຫະກິດຂອງສອງຝ່າຍວ້າງຕັ້ງ ແລະ ກາຍເປັນຄູ່ຮ່ວມມືໃນບັນດາຂົງເຂດຫຼັກແຫຼ່ງ. ພ້ອມທັງໃຫ້ຂໍ້ສັງເກດວ່າ ການເຮັດວຽກຄັ້ງນີ້, ກໍຄືການເຄື່ອນໄຫວຕ່າງໆທີ່ຈະເກີດຂຶ້ນຢູ່ ດ່າໜັງ ນັ້ນ, ຈະຊ່ວຍຊຸກຍູ້ການພົວພັນດ້ານເສດຖະກິດລະຫວ່າງ ຫວຽດນາມ ກັບ ສະວິດ ຫຼາຍກວ່າອີກ, ໃນນັ້ນ ວິສາຫະກິດຫຼາຍແຫ່ງຂອງ ສະວິດ ມີຄວາມສົນໃຈເຖິງບັນດາທ້ອງຖິ່ນທີ່ມີກຳລັງບົ່ມຊ້ອນຄືແຂວງ ແຄັງຮວ່າ.

ສ່ວນທ່ານ ຫງວຽນຄັກຕວ່ານ, ປະທານຄະນະກໍາມະການປະຊາຊົນແຂວງ ແຄັງຮວ່າ, ສະເໜີໃຫ້ SVEF ເຊື່ອມຕໍ່ບັນດາວິສາຫະກິດ ສະວິດ ໄປສຳຫຼວດ ແລະ ຊອກຫາໂອກາດຮ່ວມມືສອງຝ່າຍຢູ່ແຄັງຮວ່າ.

TAG
VOV/VOVworld/ຫວຽດ​ນາມ ແລະ ສະ​ວິດ/ກຳລັງບົ່ມຊ້ອນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ