logo

ມີ​ຫຼາຍຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ ບັນ​ດາ​ທ້ອງ​ຖິ່ນ​ຂອງ ຫວຽດ​ນາມ ກັບ ແຂວງ ຊາ​ນ​ຕຸງ (ຈີນ)

2025/9/26 | 10:20:51
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ໃຫ້ບຸລິມະສິດແຖວໜ້າການພັດທະນາການພົວພັນ ຫວຽດນາມ - ຈີນ, ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະສ້າງທຸກເງື່ອນໄຂສະດວກໃຫ້ແກ່ການເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດ. 
ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Lin Wu ເລຂາຄະນະພັກແຂວງ ຊານຕຸງ, ຈີນ (ພາບ: VOV)

ຕອນຄ່ຳວັນທີ 25 ກັນຍາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Lin Wu ເລຂາຄະນະພັກແຂວງ, ປະທານຄະນະກຳມະການ ກອງປະຊຸມໃຫຍ່ ຜູ້ແທນປະຊາຊົນ ແຂວງ ຊານຕຸງ, ຈີນ, ພວມຢ້ຽມຢາມ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ໃຫ້ບຸລິມະສິດແຖວໜ້າການພັດທະນາການພົວພັນ ຫວຽດນາມ - ຈີນ, ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະສ້າງທຸກເງື່ອນໄຂສະດວກໃຫ້ແກ່ການເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດ. ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກໃຫ້ແຂວງ ຊານຕຸງ ພ້ອມກັບບັນດາທ້ອງຖິ່ນ ຫວຽດນາມ ເພີ່ມທະວີການແລກປ່ຽນບົດຮຽນປະສົບການພັດທະນາ, ຊຸກຍູ້ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ໃນບັນດາຂົງເຂດ ທີ່ອາດຈະເປັນທ່າແຮງຂອງແຂວງ ຊານຕຸງ, ໃຫ້ບຸລິມະສິດເພີ່ມທະວີການນຳເຂົ້າບັນດາຜະລິດຕະພັນຂອງ ຫວຽດນາມ, ເປັນຕົ້ນແມ່ນຜະລິດຕະພັນກະເສດທີ່ມີຄຸນນະພາບສູງ.

ໂດຍເຫັນດີຕໍ່ບັນດາຄຳເຫັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານ Lin Wu ເລຂາອົງຄະນະພັກແຂວງ ຊານຕຸງ ຢັ້ງຢືນຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຊານຕຸງ ແລະ ບັນດາທ້ອງຖິ່ນ ຂອງ ຫວຽດນາມ ຍັງໃຫຍ່ຫຼວງທີ່ສຸດ. ດັ່ງນັ້ນ, ຊານຕຸງ ປາດຖະໜາຢາກພ້ອມກັບບັນດາທ້ອງຖິ່ນ ຫວຽດນາມ ຍົກສູງຄຸນນະພາບການຮ່ວມມືໃນບັນດາຂົງເຂດການຄ້າ, ການລົງທຶນ, ການຜະລິດ, ພ້ອມທັງເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່ຄື: ການພັດທະນາສີຂຽວ, ເສດຖະກິດດີຈີຕອນ.

TAG
VOV/VOVworld/ຫວຽດ​ນາມ/ຈີນ/ຊານ​ຕຸງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ