logo

ມີຫຼາຍ​ປະ​ເທດ​ຄັດ​ຄ້ານ​ການ​ກະ​ທຳ​ຂອງ​ອິນ​ສະ​ລາ​ແອັນ ກ່ຽວ​ກັບ​ເລື່ອງ​ໂຮ​ມ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ເຂົ້າ

2025/10/24 | 08:47:49
(VOVWORLD) - ຕາມທ່ານລັດຖະມົນຕີ Rubio ແລ້ວ, ທ່ານປະທານາທບິດີ Trump ໄດ້ຊີ້ແຈ້ງວ່າ ປັດຈຸບັນ ວໍຊິງຕັນ ບໍ່ສາມາດສະໜັບສະໜູນໃຫ້ແກ່ການກະທຳນີ້ຂອງສະພາແຫ່ງຊາດ ອິດສະລາແອັນ.

ກ່ອນທີ່ຈະເດີນທາງໄປຍັງ ອິດສະລາແອັນ, ວັນທີ 22 ຕຸລາ ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ ກ່າວເຕືອນວ່າ ເລື່ອງສະພາແຫ່ງຊາດ ອິດສະລາແອັນ ຊຸກຍູ້ແຜນການໂຮມເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນເຂົ້າ ອາດສາມາດນາບຂູ່ເຖິງແຜນການຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ທີ່ແນໃສ່ຢຸດຕິການປະທະກັນລະຫວ່າງ ອິດສະລາແອັນ ແລະ ຮາມາດສຢູ່ ເຂດກາຊາ. ຕາມທ່ານລັດຖະມົນຕີ Rubio ແລ້ວ, ທ່ານປະທານາທບິດີ Trump ໄດ້ຊີ້ແຈ້ງວ່າ ປັດຈຸບັນ ວໍຊິງຕັນ ບໍ່ສາມາດສະໜັບສະໜູນໃຫ້ແກ່ການກະທຳນີ້ຂອງສະພາແຫ່ງຊາດ ອິດສະລາແອັນ. ອາຣັບບິ ຊາອຸດິ ກໍ່ອອກສຽງຕຳໜິຕິຕຽນ ການປ່ອນບັດເບື້ອງຕົ້ນຂອງສະພາແຫ່ງຊາດ ອິດສະລາແອັນ ສະໜັບສະໜູນຮ່າງກົດໝາຍສອງສະບັບກ່ຽວກັບການໂຮມເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນເຂົ້າ, ຖືວ່ານີ້ແມ່ນການກະທຳເພື່ອແນໃສ່ “ຫັນອະທິປະໄຕຂອງອິດສະລາແອັນ ຕໍ່ກັບບັນດາເຂດຕັ້ງຖິ່ນຖານຄົງທີ່ ໃຫ້ເປັນທາງການ”. ຖະແຫຼງການຂອງກະຊວງການຕ່າງປະເທດ ອາຣັບບິ ຊາອຸດິ ໄດ້ຢັ້ງຢືນຄືນການສະໜັບສະໜູນຕໍ່ກັບສິດຊອບທຳ ແລະ ປະຫວັດສາດຂອງ ຊາວປາແລັດສະຕິນ ໃນການສ້າງຕັ້ງລັດເອກະລາດ ຕາມເສັ້ນຊາຍແດນ ປີ 1967, ໂດຍ Jerusalem ຕາເວັນອອກ ແມ່ນນະຄອນຫຼວງ, ສອດຄ່ອງກັບບັນດາມະຕິສາກົນທີ່ກ່ຽວຂ້ອງ.

TAG
VOV/VOVworld/ອິດ​ສະ​ລາ​ແອັນ/ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ