logo

ມີຫຼາຍ​ໂອ​ກາດ​ຮ່ວມ​ມື​ໃໝ່​ລະ​ຫວ່າງ​ນະ​ຄອນ ໂຮຈ​ີມິນ ແລະ ບັນ​ດາ​ທ້ອງ​ຖິ່ນ​ຂອງ ຮຸງ​ກາ​ຣີ

2025/10/19 | 09:09:51
(VOVWORLD) - ຮຸງກາຣີຍາມໃດກໍ່ສົ່ງເສີມບັນດາວິສາຫະກິດ ຊອກຫາໂອກາດມາລົງທຶນຢູ່ ຫວຽດນາມ ເວົ້າລວມ ແລະ ນະຄອນໂຮ່ຈີມິນ ເວົ້າສະເພາະ, ທ່ານປາດຖະໜາຢາກ ນະຄອນ ສືບຕໍ່ເອົາໃຈໃສ່ ແລະ ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດຮຸງກາຣີ ມາຮ່ວມມື, ດຳເນີນທຸລະກິດ ແລະ ເພີ່ມທະວີການຮ່ວມມືມິດຕະພາບກັບບັນດາທ້ອງຖິ່ນຈອງ ຮຸງກາຣີ.
ທ່ານ ຫວໍວັນມິງ, ຮອງເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນ ໂຮ່ຈີມິນ ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ຮຸງກາຣີ Kover Laszlo (ພາບ: VOV)

ຕອນບ່າຍວັນທີ 18 ຕຸລາ, ທ່ານ ຫວໍວັນມິງ, ຮອງເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ຮຸງກາຣີ Kover Laszlo ໃນໂອກາດມານະຄອນ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ.

ທີ່ການຕ້ອນຮັບ, ທ່ານ ຫວໍວັນມິງ ໃຫ້ຮູ້ວ່າ ນະຄອນ ໂຮ່ຈີມິນ ຫາກໍ່ໂຮມແຂວງ ບິ່ງເຢືອງ ແລະ ແຂວງບ່າເຣ້ຍ - ຫວູງເຕົ້າເຂົ້າເປັນ “ມະຫາຕົວເມືອງ” ດ້ວຍຂອບຂະໜາດປະຊາກອນກ່ວາ 14 ລ້ານຄົນ ແລະ ເນື້ອທີ່ກວ່າ 6.700 ຕາລາງກີໂລແມັດ. ນະຄອນ ພວມມານະພະຍາຍາມເສີມຂະຫຍາຍບັນດາທ່າໄດ້ປຽບເພື່ອພັດທະນາຢູ່ບັນດາຂົງເຂດ. ພິເສດ, ນະຄອນໂຮ່ຈີມິນ ພວມຊຸກຍູ້ການສ້າງສູນການເງິນສາກົນ ຫວຽດນາມ ຢູ່ນະຄອນ.

ສ່ວນທ່ານປະທານສະພາແຫ່ງຊາດ ຮຸງກາຣີ Kover Laszlo ໃຫ້ຮູ້ວ່າ ຮຸງກາຣີຍາມໃດກໍ່ສົ່ງເສີມບັນດາວິສາຫະກິດ ຊອກຫາໂອກາດມາລົງທຶນຢູ່ ຫວຽດນາມ ເວົ້າລວມ ແລະ ນະຄອນໂຮ່ຈີມິນ ເວົ້າສະເພາະ, ທ່ານປາດຖະໜາຢາກ ນະຄອນ ສືບຕໍ່ເອົາໃຈໃສ່ ແລະ ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດຮຸງກາຣີ ມາຮ່ວມມື, ດຳເນີນທຸລະກິດ ແລະ ເພີ່ມທະວີການຮ່ວມມືມິດຕະພາບກັບບັນດາທ້ອງຖິ່ນຈອງ ຮຸງກາຣີ.

TAG
VOV/VOVworld/ຮຸງກາຣີ/ຫວຽດ​ນາມ/ການ​ຮ່ວມ​ມື

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ