logo

ມອບຂໍ້ຕົກລົງອະນຸຍາດໃຫ້ຖືສັນຊາດຫວຽດນາມສໍາລັບຊາວລາວ 119 ຄົນ ທີ່ດຳລົງຊີວິດຢູ່ເມືອງ ເຫືອງຮວ໊າ, ແຂວງ ກວ໋າງຈິ

2018/12/13 | 09:20:00
(VOVWORLD) -ວັນທີ 12 ທັນວາ, ຄະນະກຳມະການແຂວງ ກວ໋າງຈິ ໄດ້ຈັດພິທີມອບຂໍ້ຕົກລົງຂອງທ່ານປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃຫ້ຖືສັນຊາດ ຫວຽດນາມ ສຳລັບຊາດລາວ 119 ຄົນທີ່ອາໄສຢູ່ຕາແສງ ອາເຢີຍ, ເມືອງພູດອຍ ເຫືອງຮວ໊າ, ແຂວງ ກວ໋າງຈິ.

ນອກຈາກ 119 ຄົນທີ່ໄດ້ຮັບຂໍ້ຕົກລົງຂອງທ່ານປະທານປະເທດ ຫວຽດນາມ ໃນຄັ້ງນີ້, ແຂວງກວ໋າງຈິ ຍັງມີຊາວລາວອີກ 696 ຄົນທີ່ເຄື່ອນຍ້າຍຖິ່ນຖານແບບຊະຊາຍ ແລະ ແຕ່ງງານແບບບໍ່ຖືກກົດໝາຍ ກຳລັງດຳລົງຊີວິດຢູ່ເຂດຕິດກັບຊາຍແດນ ກໍ່ມີຄວາມປາຖະໜາຢາກໄດ້ຖືສັນຊາດ ຫວຽດນາມ. ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນໄດ້ດຳລົງຊີວິດ ແລະ ທຳການຜະລິດຢ່າງໝັ້ນຄົງ, ພິເສດແມ່ນເພື່ອຮັບປະກັນຄວາມສະຫງົບ - ຄວາມເປັນລະບຽບຮຽບຮ້ອຍຢູ່ຕາມເຂດຊາຍແດນ, ແຂວງກວ໋າງຈິ ຈະສູ້ຊົນເຮັດບັນດາເອກະສານ ເພື່ອຮັບເປັນສັນຊາດ ຫວຽດນາມ ໃຫ້ແກ່ 696 ຄົນທີ່ຍັງເຫຼືອໃຫ້ສຳເລັດ ກ່ອນວັນທີ 30 ມິຖຸນາ 2019.

ພາຍຫຼັງໄດ້ຮັບຂໍ້ຕົກລົງຂອງທ່ານປະທານປະເທດ ຫວຽດນາມ  ໃຫ້ຖືສັນຊາດຫວຽດນາມແລ້ວ, ປະຊາຊົນ 119 ຄົນດັ່ງກ່າວ ກໍ່ໄດ້ຮັບການແນະນຳປະກອບບັນດາເອກະສານຄື: ໃບແຈ້ງເກີດ, ເຮັດບັດປະຈຳຕົວປະຊາຊົນ, ຈົດທະບຽນສົມລົດ.

TAG
VOV/VOVworld/ສັນ​ຊາດ​ຫວຽດ​ນາມ​/​ຍ້າຍ​ຖິ່ນ​ຖານ​ແບບ​ຊະຊາຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ