logo

ມອບ​ບັດ​ປະ​ກັນ​ສຸ​ຂະ​ພາບ​ໃຫ້​ແກ່​ປະ​ຊາ​ຊົນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ກ່​ວາ 1000 ຄົນ​ຢູ່​ເຂດ​ຊາຍ​ແດນ

2025/11/14 | 12:53:24
(VOVWORLD) - ຢູ່ພິທີ, ທ່ານ ຫວູແມັງຈື ຜູ້ອຳນວຍການອົງການປະກັນສັງຄົມ ໄດ້ເນັ້ນໜັກວ່າ ການມອບບັດປະກັນສຸຂະພາບໃຫ້ແກ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກແມ່ນການເຄື່ອນໄຫວທີ່ມີຄວາມໝາຍມະນຸດສະທຳຢ່າງເລິກເຊິ່ງ, ສະແດງໃຫ້ເຫັນຈິດໃຈແບ່ງປັນ, ຮັກແພງ, ຊ່ວຍເຫຼືອເຊິ່ງກັນແລະກັນ ຂອງທົ່ວສັງຄົມ.
ມອບບັດປະກັນສຸຂະພາບໃຫ້ແກ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກ (ພາບ: TTXVN)

ຕອນບ່າຍວັນທີ 13 ພະຈິກ, ຢູ່ຕາແສງ ອີອາເກີຣາຍ, ອົງການປະກັນໄພສັງຄົມ ແຂວງ ຢາລາຍ ໄດ້ມອບບັດປະກັນສຸຂະພາບໃຫ້ແກ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກ່ວາ 1000 ຄົນ. ການເຄື່ອນໄຫວເພື່ອແນໃສ່ການຕອບສະໜອງຂະບວນການແຂ່ງຂັນ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ - ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ” ແລະ ໂຄງການ “ມອບບັດປະກັນສຸຂະພາບໃຫ້ແກ່ຄົນປະສົບກັບຄວາມຫຍຸ້ງຍາກ - ນຳບຸນເຕັດທີ່ອົບອຸ່ນມາໃຫ້ຄົນທຸກຍາກ ໃນລະດູບານໃໝ່ປີ 2026” ໂດຍອົງການປະກັນສັງຄົມ ຫວຽດນາມ ປຸກລະດົມ. 

ຢູ່ພິທີ, ທ່ານ ຫວູແມັງຈື ຜູ້ອຳນວຍການອົງການປະກັນສັງຄົມ ໄດ້ເນັ້ນໜັກວ່າ ການມອບບັດປະກັນສຸຂະພາບໃຫ້ແກ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກແມ່ນການເຄື່ອນໄຫວທີ່ມີຄວາມໝາຍມະນຸດສະທຳຢ່າງເລິກເຊິ່ງ, ສະແດງໃຫ້ເຫັນຈິດໃຈແບ່ງປັນ, ຮັກແພງ, ຊ່ວຍເຫຼືອເຊິ່ງກັນແລະກັນ ຂອງທົ່ວສັງຄົມ. ໂຄງການກໍ່ປະກອບສ່ວນເຂົ້າໃນການແຜ່ກະຈາຍນະໂຍບາຍປະກັນສຸຂະພາບໄປຍັງປະຊາຊົນແຕ່ລະຄົນ, ເປັນຕົ້ນແມ່ນເຂດຫ່າງໄກ, ສອກຫຼີກ.

ໂດຍຕາງໜ້າອຳນາດການປົກຄອງທ້ອງຖິ່ນ, ທ່ານ ຫງວຽນແທັງເຟືອງ ປະທານຄະນະກຳມະການປະຊາຊົນ ຕາແສງ ອີອາ ເກີຣາຍ ໄດ້ຢັ້ງຢືນວ່າການເຄື່ອນໄຫວນີ້ບໍ່ພຽງແຕ່ຊ່ວຍປະຊາຊົນຫລຸດຜ່ອນຄ່າໃຊ້ຈ່າຍດ້ານສາທາລະນະສຸກເມື່ອເຈັບເປັນເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນການຊ່ວຍເຫຼືອສັງຄົມ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໃນບໍລິເວນອີກດ້ວຍ.

TAG
VOV/VOVworld/ປະ​ກັນ​ສຸ​ຂະ​ພາບ/ປະ​ຊາ​ຊົນ/ຄົນ​ທຸກ​ຍາກ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ