logo

ມອບລາງວັນການເສັງບົດຄວາມການເມືອງກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກຄັ້ງທີ 5 ປີ 2025

2025/10/23 | 09:07:58
(VOVWORLD) - ການເສັງນີ້ນັບມື້ນັບມີຄວາມດຶງດູດ, ສະແດງອອກຜ່ານເລື່ອງ ມີເກືອບ 542.000 ບົດສົ່ງເຂົ້າຮ່ວມການເສັງ, ເພີ່ມຂຶ້ນ 73.000 ບົດເມື່ອທຽບໃສ່ປີ 2024.
(ທ່ານ ຫງວຽນຊວັນທັງ  ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ກ່າວຄຳເຫັນທີ່ພິທີມອບລາງວັນ)

        ຕອນຄ່ຳວັນທີ 22 ຕຸລາ, ຢູ່ ຮ່າໂນ້ຍ, ໄດ້ຈັດພິທີມອບລາງວັນເສັງວິເຄາະການເມືອງກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກຄັ້ງທີ 5 ປີ 2025. ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເຂົ້າຮ່ວມ ແລະ ມອບລາງວັນການເສັງ.

        ທີ່ພິທີ, ທ່ານປະທານປະເທດ ເລືອງເກື່ອງ ພ້ອມກັບການນຳບັນດາກະຊວງ, ຂະແໜງການໄດ້ມອບລາງວັນ A 12, ລາງວັນ B 23 ລາງວັນ, ລາງວັນ C 36 ລາງວັນ, ລາງວັນຊົມເຊີຍ 66 ລາງວັນໃຫ້ແກ່ບຸກຄົນ. ໃນຈຳນວນນັ້ນ, ວິທະຍຸກະຈາຍສຽງ ຫວຽດນາມ ຍາດໄດ້ ລາງວັນ A 1 ລາງວັນ ແລະ ລາງວັນ C 1 ລາງວັນ.

        ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານ ຫງວຽນຊວັນທັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ, ຫົວໜ້າຄະນະຊີ້ນຳການເສັງ, ໃຫ້ຮູ້ວ່າ ການເສັງນີ້ນັບມື້ນັບມີຄວາມດຶງດູດ, ສະແດງອອກຜ່ານເລື່ອງ ມີເກືອບ 542.000 ບົດສົ່ງເຂົ້າຮ່ວມການເສັງ, ເພີ່ມຂຶ້ນ 73.000 ບົດເມື່ອທຽບໃສ່ປີ 2024. ທ່ານ ຫງວຽນຊວັນທັງ ຕີລາຄາວ່າ:

        “ມີຫຼາຍບົດຂຽນສະເໜີມາດຕະການປ່ຽນແປງໃໝ່ເນື້ອໃນ, ແບບວິທີປົກປ້ອງພື້ນຖານແນວຄິດຂອງພັກ ໃນສັງກາດດີຈີຕອນ, ມີລັກສະນະໝູນໃຊ້ສູງໃນພື້ນຖານດີຈີຕອນ. ຜົນສຳເລັດຂອງການເສັງຄັ້ງປີນີ້ ແລະ ພາຍຫຼັງການຈັດຂຶ້ນ 5 ປີນັ້ນ ແມ່ນບ່ວນອີງສຳຄັນເພື່ອສືບຕໍ່ປ່ຽນແປງໃໝ່ຈິນຕະນາການ, ເນື້ອໃນ, ແບບວິທີການປົກປ້ອງພື້ນຖານແນວຄິດຂອງພັກໃນສັງກາດພັດທະນາໃໝ່ຂອງຊາດ”.

TAG
VOV/VOVworld/​ສະ​ພາ​/ທິດ​ສະ​ດີ/​ສູນ​ກາງ/​ການ​ເສັງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ