logo

ມອບຫຼຽນ​ໄຊ​ມິດ​ຕະ​ພາບຂອງ​ລັດ ລາວ ໃຫ້​ແກ່​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ - ມະ​ຫາ​ວິ​ທະ​ຍາ​ໄລ​ທ໊າຍງວຽນ

2022/10/27 | 07:43:43
(VOVWORLD) - ນັບແຕ່ປີ 2015 ມາຮອດປັດຈຸບັນ, ໂຮງຮຽນມະຫາວິທະຍາໄລສ້າງຄູ - ມະຫາວິທະຍາໄລ ທ໊າຍງວຽນ ໄດ້ຕ້ອນຮັບ ແລະ ບຳລຸງສ້າງ ນັກສຶກສາລາວເກືອບ 1000 ຄົນ.
ມອບຫຼຽນໄຊມິດຕະພາບຂອງລັດ ລາວ ໃຫ້ແກ່ມະຫາວິທະຍາໄລສ້າງຄູ - ມະຫາວິທະຍາໄລ ທ໊າຍງວຽນ (ພາບ:  baothainguyen.vn)

ວັນທີ 26 ຕຸລາ, ມະຫາວິທະຍາໄລສ້າງຄູ - ມະຫາວິທະຍາໄລ ທ໊າຍງວຽນ (ແຂວງທ໊າຍງວຽນ) ໄດ້ຈັດພິທີມອບຮັບຫຼຽນໄຊມິດຕະພາບຂອງລັດ ລາວ. ມະຫາວິທະຍາໄລສ້າງຄູ - ມະຫາວິທະຍາໄລທ໊າຍງວຽນ ໂດຍກະຊວງສຶກສາທິການ ແລະ ບຳລຸງສ້າງ ມອບໝາຍໜ້າທີ່ໃຫ້ບຳລຸງສ້າງພາສາ ຫວຽດ, ບຳລຸງສ້າງຂັ້ນປະລິນຍາຕີ, ປະລິນຍາໂທ ໃຫ້ແກ່ນັກສຶກສາສາກົນ ເວົ້າລວມ ແລະນັກສຶກສາລາວເວົ້າສະເພາະ. ນັບແຕ່ປີ 2015 ມາຮອດປັດຈຸບັນ, ໂຮງຮຽນໄດ້ຕ້ອນຮັບ ແລະ ບຳລຸງສ້າງ ນັກສຶກສາລາວເກືອບ 1000 ຄົນ, ໃນນັ້ນບຳລຸງສ້າງພາສາຫວຽດມີ 450 ຄົນ, ປະລິນຍາຕີມີ 160 ຄົນ, ປະລິນຍາໂທມີ 175 ຄົນ, ປະລິນຍາເອກ 11 ຄົນ. ນັກສຶກສາ, ນັກສຳມະນາກອນພາຍຫຼັງຮຽນຈົບ ໄດ້ເຂົ້າຮ່ວມ ຖັນແຖວຄູອາຈານຢູ່ຕາມມະຫາວິທະຍາໄລ, ວິທະຍາໄລ ແລະ ໂຮງຮຽນມັດທະຍົມແຫ່ງຕ່າງໆຂອງລາວ. ທາງໂຮງຮຽນຍາມໃດກໍ່ເອົາໃຈໃສ່ລະດົມໃຈ, ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ນັກສຶກສາໃນວິວັດການຄົ້ນຄ້ວາ ແລະ ຮ່ຳຮຽນ. ນອກຈາກທຶນການສຶກສາຕາມສັນຍາລະຫວ່າງສອງລັດຖະບານແລ້ວ, ນັບແຕ່ປີ 2015 ມາຮອດປັດຈຸບັນ, ທາງໂຮງຮຽນຍັງໄດ້ສະໜອງທຶນການສຶກສາໃຫ້ແກ່ນັກສຶກສາລາວ ເກືອບ 300 ຄົນຕື່ມອີກ ດ້ວຍຄ່າໃຊ້ຈ່າຍປະມານ 3 ຕື້ດົ່ງ.

TAG
VOV/VOVworld/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ