logo

ມານະພະຍາຍາມບັນລຸລະດັບເຕີບໂຕ 8,3 – 8,5% ໃນປີ 2025

2025/10/5 | 10:55:35
(VOVWORLD) - ສະພາບການເສດຖະກິດ 9 ເດືອນຕົ້ນປີ 2025 ແມ່ນດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ພິທີໄຂ)

ຕອນເຊົ້າວັນທີ 05 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມປະຈຳເດືອນ ກັນຍາ ຂອງລັດຖະບານ ແລະ ກອງປະຊຸມທາງໄກລະຫວ່າງລັດຖະບານ ກັບບັນດາທ້ອງຖິ່ນໃນທົ່ວປະເທດ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໃຫ້ຮູ້ວ່າ ສະພາບການເສດຖະກິດ 9 ເດືອນຕົ້ນປີ 2025 ແມ່ນດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024: ເສດຖະກິດມະຫາພາກໄດ້ຮັບການຮັກສາເປັນປົກກະຕິ, ການຄວບຄຸມໄພເງິນເຟີ້, ບັນດາຄວາມດຸ່ນດ່ຽງໃຫຍ່ໄດ້ຮັບປະກັນ; ບັນດາຂົງເຂດວັດທະນະທຳ, ສັງຄົມ, ການຮັບປະກັນຊີວິດສັງຄົມໄດ້ຮັບການຮັບປະກັນ, ສະພາບການເມືອງສັງຄົມມີສະຖຽນລະພາບ, ການປ້ອງກັນຊາດປ້ອງກັນຄວາມສະຫງົບໄດ້ຮັບການປັບປຸງ, ເພີ່ມທະວີຂຶ້ນ…

ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ໃນສະພາບທີ່ຍັງມີຂໍ້ຈຳກັດ, ຫຍຸ້ງຍາກ, ສິ່ງທ້າທາຍ, ຫວຽດນາມ ຍັງວາງອອກເປົ້າໝາຍບັນລຸລະດັບເຕີບໂຕແຕ່ 8,3 – 8,5% ໃນປີ 2025 ເພື່ອສ້າງທ່ວງທ່າ, ກຳລັງແຮງເພື່ອກ້າວໄປສູ່ອາຍຸການໃໝ່, ສັງກາດໃໝ່ ດ້ວຍທ່ວງທ່າ, ພະລັງງານ, ກຳລັງໜູນໃໝ່ ເພື່ອພັດທະນາປະເທດຊາດ, ປະຕິບັດ 2 ເປົ້າໝາຍຍຸດທະສາດ 100 ປີ.

TAG
VOV/VOVworld/ຮັບ​ປະ​ກັນ/​ຊີ​ວິດ/​ສັງ​ຄົມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ