logo

ມາ​ເລ​ເຊ​ຍ ສະ​ເໜີ​ສ້າງ​ສະ​ພາ Halal ອາ​ຊຽນ

2025/9/21 | 11:13:50
(VOVWORLD) -  ໜຶ່ງໃນບັນດາໂຄງການດຳເນີນງານຈຸດສຸມຂອງ ມາເລເຊຍ ຢູ່ກອງປະຊຸມສຸດຍອດ ອາຊຽນ  ໃນເດືອນ ຕຸລາ ຈະມາເຖິງ ແມ່ນຈະສະເໜີສ້າງຕັ້ງສະພາ Halal ອາຊຽນ, ກົນໄກ ແນໃສ່ຂຸດຄົ້ນກຳລັງບົ່ມຊ້ອນຢ່າງໃຫຍ່ຫຼວງຂອງຂະແໜງອຸດສາຫະກຳ Halal ແລະ ຊຸກຍູ້ການຮ່ວມມືພາກພື້ນໃນຂົງເຂດນີ້.

ທ່ານຮອງນາຍົກລັດຖະມົນຕີ ມາເລເຊຍ Ahmad Zahid Hamidi, ພ້ອມທັງເປັນປະທານສະພາ Halal ແຫ່ງຊາດ, ຢັ້ງຢືນເລື່ອງສ້າງຕັ້ງສະພານີ້ ແມ່ນມີຄວາມໝາຍສຳຄັນເພື່ອໃຫ້ ອາຊຽນ ຍົກສູງທີ່ຕັ້ງບົດບາດ, ໂຄສະນາ ແລະ ຈຳໜ່າຍຜະລິດຕະພັນ Halal  ທົ່ວໂລກ. ຕາມທ່ານແລ້ວ, ກຳລັງບົ່ມຊ້ອນຂອງຕະຫຼາດ Halal  ໃນ ອາຊຽນ ດ້ວຍຂອບຂະໜາດປະຊາຊົນກວ່າ 640 ລ້ານຄົນ ຕ້ອງໄດ້ຮັບການຜັນຂະຫຍາຍຢ່າງສຸດຂີດ, ກ່ອນທີ່ເປີດກວ້າງອອກສູ່ບັນດາຕະຫຼາດໃຫຍ່ອື່ນໃນໂລກ.

ທ່ານຮອງນາຍົກລັດຖະມົນຕີ Zahid ໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມສະພາ Halal ASEAN, ໂດຍ ມາເລເຊຍ ແລະ ອິນໂດເນເຊຍ ພ້ອມກັນເປັນປະທານ. ສອງຝ່າຍໄດ້ແລກປ່ຽນກັນຢ່າງເລິກເຊິ່ງ ກ່ຽວກັບການພັດທະນາຂະແໜງ ອຸດສາຫະກຳ Halal, ໃນນັ້ນ ມາເລເຊຍ ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ຮັບຮອງເອົາການອອກໃບຢັ້ງຢືນ Jakim ຂອງກະຊວງພັດທະນາອິດສະລາມ ມາເລເຊຍ ແລະ ຈັດຊຸດບຳລຸງວິຊາສະເພາະ. ນອກຈາກນັ້ນ, ສອງປະເທດເຫັນດີຄົ້ນຄວ້າຄວາມສາມາດສ້າງຕັ້ງເຂດອຸດສາຫະກຳ Halal ຢູ່ ຫວຽດນາມ.

TAG
VOV/VOVworld/ມາ​ເລ​ເຊຍ/ສະ​ພາ Halal ແຫ່ງ​ຊາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ