logo

ມີແຂກເຂົ້າຮ່ວມງານບຸນວັດທະນະທຳໂລກ ຮ່າໂນ້ຍ ຄັ້ງທີ 1 ກວ່າ 1 ລ້ານເທື່ອຄົນ

2025/10/13 | 09:29:29
(VOVWORLD) - ງານບຸນໄດ້ນຳມາເຊິ່ງເຂດວັດທະນະທຳທີ່ຫຼາກຫຼາຍສີສັນຂອງ ຫວຽດນາມ ແລະ ບັນດາປະເທດໃນໂລກ, ພ້ອມກັນນັ້ນ ກໍ່ມີການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ ແຜ່ກະຈາຍນ້ຳໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ
(ງານບຸນວັດທະນະທຳໂລກ ຮ່າໂນ້ຍ ຄັ້ງທີ 1)

ພາຍຫຼັງຈັດຂຶ້ນເປັນເວລາ 3 ວັນ (ແຕ່ວັນທີ 10 – 12 ຕຸລາ), ງານບຸນວັດທະນະທຳໂລກ ຮ່າໂນ້ຍ ຄັ້ງທີ 1 ໄດ້ອັດລົງ, ເຊິ່ງດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວປະມານ 1 ລ້ານເທື່ອຄົນມາຮ່ວມ. ງານບຸນໄດ້ນຳມາເຊິ່ງເຂດວັດທະນະທຳທີ່ຫຼາກຫຼາຍສີສັນຂອງ ຫວຽດນາມ ແລະ ບັນດາປະເທດໃນໂລກ, ພ້ອມກັນນັ້ນ ກໍ່ມີການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ ແຜ່ກະຈາຍນ້ຳໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ການແບ່ງປັນຂອງຊາດ ຫວຽດນາມ ກັບພໍ່ແມ່ປະຊາຊົນຢູ່ເຂດຖືກຜົນສະທ້ອນຍ້ອນໄພທຳມະຊາດ, ພາຍຸ, ນ້ຳຖ້ວມ.

ທີ່ພິທີອັດຈັດຂຶ້ນໃນຕອນຄ່ຳວັນທີ 12 ຕຸລາ, ຢູ່ພະລາຊະວັງ ທັງລອງ (ສູນອະນຸລັກຮັກສາພະລາຊະວັງ ທັງລອງ, ຮ່າໂນ້ຍ), ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ ເນັ້ນໜັກວ່າ:

“ງານບຸນບໍ່ພຽງແຕ່ແມ່ນການພົບປະທີ່ເຕັມໄປດ້ວຍນ້ຳໃຈມິດຕະພາບຂອງບັນດາພື້ນຖານວັດທະນະທຳໃນໂລກ ດ້ວຍສານທີ່ວ່າ ໂລກຮ່ວມຈັງຫວະຄວາມຮັກແພງ. ພວກເຮົາໄດ້ສ້າງເຂດໂຄສະນາບັນດາພື້ນຖານວັດທະນະທຳເປັນຫຼາຍຮູບຫຼາຍແບບ, ພວກເຮົາກໍ່ພ້ອມກັນຮ່ວມແຮງຮ່ວມໃຈຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ດ້ວຍເລື່ອງຮັດແໜ້ນການຮ່ວມມືກັບບັນດາປະເທດຖືກຕາມຄະຕິຂອງ UNESCO: ວັດທະນະທຳເພື່ອສັນຕິພາບ”.

ນີ້ກໍ່ແມ່ນໂອກາດເພື່ອໃຫ້ນັກສິລະປິນ ຫວຽດນາມ ສະແດງໃຫ້ເຫັນກຳລັງປະດິດຄິດສ້າງ, ຈິດໃຈເຊື່ອມໂຍງ ແລະ ຄວາມຄາດຫວັງບືນຕົວອອກສູ່ໂລກດ້ວຍພາສາສິລະປະ.

TAG
VOV/VOVworld/ແຜ່​​ກະ​ຈາຍ/​ນ້ຳ​ໃຈ​/ອຸ້ມ​ຊູ​/ຊ່ວຍ​ເຫຼືອ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ