logo

ຢັ້ງ​ຢືນ​ຈຸດ​ຢືນ​ຂອງ​ຜະ​ລິດ​ຕະ​ພັນ OCOP ກາຍ​ເປັນ​ທາງ​ເລືອກ​ ແລະ ທ່າ​ອ່ຽງຂອງ​ຂວັນ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ຫວຽດ​ນາມ

2025/12/24 | 08:18:00
(VOVWORLD) -      ສອງເຫດການ “OCOP ສິນພິເສດຂອງເຂດພາກ ແລະ ອາຫານການກິນ”, “ສີສັນ OCOP ແລະ ບຸນປີໃໝ່ປະຈຳຊາດ” ຈະດຳເນີນແຕ່ວັນທີ 26 – 31 ທັນວາ, ຢູ່ນະຄອນ ໂຮ່ຈີມິນ, ເຕົ້າໂຮມເກືອບ 200 ຮ້ານວາງສະແດງຜະລິດຕະພັນ OCOP ດີເດັ່ນ.
ການຖະແຫຼງຂ່າວກ່ຽວກັບລາຍການເຊື່ອມຕໍ່ຜະລິດຕະພັນ OCOP ຢູ່ນະຄອນ ໂຮ່ຈີມິນ  (ພາບ: VOV)

ບັນດາເຫດການວາງສະແດງຫຼາກຫຼາຍຜະລິດຕະພັນ OCOP  ດີເດັ່ນ, ເຊັ່ນ: ຊາ, ກາເຟ, ໝາກມ່ວງຫິມະພານ, ຢາສະໝູນໄພ, ຜະລິດຕະພັນກະເສດ - ສິນໃນນ້ຳປຸງແຕ່ງ, ຮັງນົກ, ເຄື່ອງດື່ມ, ເຄື່ອງຫັດຖະກຳ ແລະ ບັນດາຜະລິດຕະພັນທີ່ເປັນຂອງຕ້ອນຂອງຝາກ, ສິນພິເສດໃນໂອກາດບຸນປີໃໝ່ປະຈຳຊາດ. ຈຸດພົ້ນເດັ່ນຂອງລາຍການດັ່ງກ່າວແມ່ນການຍູ້ແຮງການໝູນໃຊ້ຫັນເປັນດີຈີຕອນ, ພິເສດແມ່ນຜ່ານການເຄື່ອນໄຫວ ໄລສົດຂາຍເຄື່ອງ, ຫຼຸດລາຄາ ແລະ ເຊື່ອມຕໍ່ທາງໄກ, ສ້າງເງື່ອນໄຂໃຫ້ບັນດາເຈົ້າຂອງຜະລິດຕະພັນ OCOP ມີໂອກາດໂຄສະນາ, ຊອກຫາຄູ່ຮ່ວມມື ແລະ ເປີດກວ້າງຕະຫຼາດ.

        ທ່ານ ເລວຽດບິ່ງ, ຮອງຫົວໜ້າຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮັບຜິດຊອບພາກໃຕ້, ໃຫ້ຮູ້ວ່າ:

        “ໃນໂອກາດທ້າຍປີ ແລະ ບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ, ບັນດາຜະລິດຕະພັນ OCOP  ມີທ່າແຮງພົ້ນເດັ່ນກວ່າເມື່ອທຽບໃສ່ບັນດາຜະລິດຕະພັນກະສິກຳອື່ນ. ນັ້ນແມ່ນຄຸນຄ່າຂອງທ້ອງຖິ່ນ ແລະ ຄຸນຄ່າວັດທະນະທຳ ເຊິ່ງບັນດາຜະລິດຕະພັນກະເສດອື່ນບໍ່ມີ. ຖ້າພວກເຮົາເຂົ້າເຖິງ ແລະ ເຊື່ອມຕໍ່ຜູ້ຜະລິດກັບຜູ້ບໍລິໂພກ, ແຂກທ່ອງທ່ຽວໄດ້ນັ້ນ, ຜະລິດຕະພັນ OCOP ບໍ່ພຽງແຕ່ແມ່ນຜະລິດຕະພັນກະເສດຢ່າງດຽວເທົ່ານັ້ນ ຫາກຍັງໄດ້ຕິດພັນກັບວັດທະນະທຳ ແລະ ການທ່ອງທ່ຽວ ອີກດ້ວຍ”.

TAG
VOV/VOVworld/ຜະລິດຕະພັນ OCOP/ບຸນ​ປີ​ໃໝ່​ປະ​ຈຳ​ຊາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ