logo

ຢັ້ງ​ຢືນ ຫວຽດ​ນາມ ໃນ​ກະ​ແສ​ຍຸກ​ສະ​ໄໝ

2025/1/29 | 09:00:00
(VOVWORLD) -  ມື້ນີ້ແມ່ນວັນທີໜຶ່ງຂອງບຸນເຕັດປີມະເສັງເຊິ່ງແມ່ນມື້ທຳອິດຂອງປີໃໝ່ ໂດຍໄລ່ຕາມຈັນທະປະຕິທິນ. ນີ້ກໍ່ແມ່ນວັນເປີດສາກການເຄື່ອນໄຫວໃໝ່ ນຳປະເທດຊາດກ້າວໄປໄກກວ່າ ເຂັ້ມແຂງກວ່າ ບົນເສັ້ນທາງພັດທະນາ. ປີ 2025 ຈະແມ່ນປີຢັ້ງຢືນ ຫວຽດນາມ ໃນກະແສຍຸກສະໄໝ, ເປີດແງ່ຫວັງທີ່ສະຫວ່າງສະໄຫວໃຫ້ແກ່ອະນາຄົດຂອງຊາດ ຫວຽດນາມ ໃນສັງກາດ ໃໝ່.

 ຫວຽດນາມ - ສະຖານທີ່ຂອງບັນດາບັນຫາທົ່ວໂລກ.

ວິໄສທັດ ແລະ ຈິນຕະນາການຍຸດທະສາດກ່ຽວກັບການພົວພັນຕ່າງປະເທດ ພ້ອມກັບນະໂຍບາຍຊີ້ຂາດ, ການກຳນົດທິດຍຸດທະສາດ ບັນດາການເຄື່ອນໄຫວພົວພັນຕ່າງປະເທດ, ເປັນຕົ້ນແມ່ນການຍົກລະດັບການພົວພັນກັບບັນດາຄູ່ຮ່ວມມືທີ່ສຳຄັນ ແລະ ບັນດາປະເທດເພື່ອນມິດທີ່ມີມາແຕ່ດົນນານໃນປີ 2024 ໄດ້ສ້າງການຫັນປ່ຽນໂດຍພື້ນຖານກ່ຽວກັບສະພາບການພົວພັນຕ່າງປະເທດຂອງ ຫວຽດນາມ. ສະພາບການພົວພັນຕ່າງປະເທດທີ່ສະດວກເປີດກວ້າງ ສ້າງພື້ນຖານຢ່າງໝັັ້ນແກ່ນໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ. ໝາກຜົນເຫຼົ່ານີ້ ແມ່ນກຳລັງໜູນເພື່ອ ຫວຽດນາມ ສືບຕໍ່ກາຍເປັນສະຖານທີ່ຂອງບັນດາບັນຫາທົ່ວໂລກໃນປີ 2025.   

ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ວາລະປຶກສາຫາລືຂັ້ນສູງຂອງ ສະມັດຊາໃຫຍ່ ສປຊ ຊຸດທີ 79 (ພາບ:  TTXVN)

ປີ 2025 ພາຍຫຼັງດຳເນີນການເຈລະຈາເປັນເວລາເກືອບ 5 ປີ, ສົນທິສັນຍາສະຫະປະຊາຊາດກ່ຽວກັບອາດສະຍາກຳທາງເຄືອຂ່າຍອິນເຕີເນັດ ຈະຖືກລົງນາມຢູ່ ຮ່າໂນ້ຍ ແລະ ໃສ່ຊື່ວ່າ ສົນທິສັນຍາ ຮ່າໂນ້ຍ. ນີ້ເປັນຂີດໝາຍທີ່ສຳຄັນໃນປະຫວັດສາດແຫ່ງການຕ່າງປະເທດຫຼາຍຝ່າຍຂອງ ຫວຽດນາມ ຍ້ອນວ່າເປັນຄັ້ງທຳອິດ ຫວຽດນາມ ໄດ້ຮັບການເຊີດຊູ ແລະ ຕິດພັນກັບສົນທິສັນຍາຫຼາຍຝ່າຍທົ່ວໂລກໃນຂົງເຂດເຊິ່ງວົງຄະນາຍາດສາກົນມີຄວາມສົນໃຈທີ່ສຸດ. ການເລືອກເຟັ້ນນີ້ ກໍ່ເປັນຫຼັກຖານຢັ້ງຢືນຢ່າງຈະແຈ້ງ ສ່ອງແສງຖານະບົດບາດ ອິດທິພົນຊື່ສຽງຂອງ ຫວຽດນາມ ທີ່ນັບມື້ນັບສູງຂຶ້ນໃນເວທີສາກົນ.

ເລື່ອງ ຫວຽດນາມ ເປັນເຈົ້າການນຳສະເໜີເປັນເຈົ້າພາບຈັດພິທີລົງນາມອີກເທື່ອໜຶ່ງໄດ້ສະເໜີຫຼັກໝັ້ນທີ່ສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ນັ້ນແມ່ນເຊີດຊູກົດໝາຍສາກົນ, ແຜນນະໂຍບາຍເປັນເຈົ້າການ ເຂົ້າຮ່ວມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານລວມຂອງສະຫະປະຊາຊາດ ເພື່ອແກ້ໄຂບັນດາບັນຫາທີ່ມີລັກສະນະທົ່ວໂລກ.

ນີ້ກໍ່ເປັນການສືບທອດບັນດາໝາກຜົນຈາກການຕ່າງປະເທດ ຫວຽດນາມ ນີ້ກໍ່ແມ່ນໜຶ່ງໃນບັນດາຈຸດທີ່ພົ້ນເດັ່ນການຕ່າງປະເທດ ຫວຽດນາມ. ທ່ານຮອງລັດຖະມົນຕີ ຜູ້ປະຈຳການກະຊວງການຕ່າງປະເທດ ຫງວຽນວິງຫວູ ໃຫ້ຮູ້ວ່າ:

“ຫວຽດນາມ ໄດ້ຕັ້ງຕົນເອງເຂົ້າໃນກະແສຂອງມວນມະນຸດ ເຊິ່ງເລີ່ມຈາກໜຶ່ງໃນບັນດາບົດຮຽນທີ່ສຳຄັນທີ່ສຸດຂອງພັກ ນັ້ນແມ່ນການສົມທົບກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝ. ພວກເຮົາໄດ້ຮັບຮູ້ຢ່າງຊັດເຈນ ກ່ຽວກັບບັນດາທ່າອ່ຽງພົວພັນສາກົນ”.

ແລະ ກໍ່ໃນປີ 2025 ຫວຽດນາມ ໄດ້ເປັນເຈົ້າພາບຈັດເວທີປາໄສອະນາຄົດຂອງອາຊຽນ, ກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມື ເພື່ອການເຕີບໂຕຂຽວ ແລະ ເປົ້າໝາຍທົ່ວໂລກຄັ້ງທີສີ່, ກອງປະຊຸມສະຫະປະຊາຊາດກ່ຽວກັບການຄ້າ ແລະ ການພັດທະນາ; ສືບຕໍ່ແບກຫາບບັນດາໜ້າທີ່ໃນບັນດາອົງການຈັດຕັ້ງ, ເວທີປາໄສຫຼາຍຝ່າຍ… ຄືດັ່ງຄຳຢັ້ງຢືນຂອງທ່ານເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ໂຕເລິມ ເມື່ອກ່າວຄຳເຫັນທີ່ວາລະປຶກສາຫາລືຮ່ວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 79 ຢູ່ ນິວຢອກ ເມື່ອເດືອນ ກັນຍາ 2024 ວ່າ:

“ໃນໂລກທີ່ພວມຫັນປ່ຽນຢ່າງແຂງແຮງຄືໃນວັນນີ້, ແຕ່ລະປະເທດກໍ່ລ້ວນສວມບົດບາດສຳຄັນ, ຫວຽດນາມ ພວມອອກແຮງສູ້ຊົນກ້າວກະໂດດຂັ້ນ ເພື່ອສ້າງອະນາຄົດແຫ່ງສັນຕິພາບ, ສະຖຽນລະພາບ ວັດທະນາຖາວອນ ແລະ ຍືນຍົງໃຫ້ປາກົດຜົນເປັນຈິງ, ບໍ່ພຽງແຕ່ເພື່ອປະຊາຊົນ ຫວຽດນາມ ເທົ່ານັ້ນ ຫາກຍັງເພື່ອທຸກໆປະເທດໃນໂລກອີກດ້ວຍ. ນີ້ກໍ່ແມ່ນວິໄສທັດ ແມ່ນເປົ້າໝາຍ ແລະ ຄຳໝັ້ນສັນຍາຢ່າງແຂງແຮງຂອງ ຫວຽດນາມ ທີ່ມີຕໍ່ວົງຄະນາຍາດສາກົນ”.

ວິໄສທັດ, ເປົ້າໝາຍ ແລະ ຄຳໝັ້ນສັນຍາຢ່າງແຂງແຮງຂອງ ຫວຽດນາມ ຕໍ່ໍ່ວົງຄະນາຍາດສາກົນໃນປີ 2025 ໄດ້ຮັບການໄຈ້ແຍກຈາກທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ທີ່ວ່າ:

 “ທ່ວງທ່າ ແລະ ກຳລັງໃໝ່ຂອງປະເທດຊາດ ໄດ້ອະນຸຍາດໃຫ້ພວກເຮົາໃນໄລຍະໃໝ່ ບໍ່ພຽງແຕ່ເຂົ້າຮ່ວມກໍ່ສ້າງບັນດາກົນໄກຫຼາຍຝ່າຍເປັນຮູບປະທຳ, ເຂົ້າຮ່ວມບັນດາຂໍ້ລິເລີ່ມຂອງບັນດາປະເທດເທົ່ານັ້ນ ຫາກຍັງສາມາດເສີມຂະຫຍາຍບົດບາດ ຫຼັກແຫຼ່ງນຳພາໃນບັນດາບັນຫາ ແລະ ກົນໄກທີ່ສຳຄັນທີ່ມີລະດັບຍຸດທະສາດ. ປີ 2025 ວຽກງານການຕ່າງປະເທດຫຼາຍຝ່າຍຈະສຸມໃສ່ການກະກຽມຈັດຕັ້ງບັນດາເຫດການທີ່ ຫວຽດນາມ ເປັນເຈົ້າພາບຈັດຕັ້ງໃຫ້ເປັນຢ່າງດີ. ພ້ອມກັນນັ້ນ ຫວຽດນາມ ກໍ່ສືບຕໍ່ອອກສະໝັກເລືອກຕັ້ງເຂົ້າເປັນສະມາຊິກສະພາສິດທິມະນຸດອາຍຸການ 2026 – 2028, ເປັນຄັ້ງທຳອິດອອກສະໝັກເລືອກຕັ້ງເປັນຜູ້ພິພາກສາສານສາກົນກ່ຽວກັບກົດໝາຍວ່າດ້ວຍທະເລ ອາຍຸການ 2026 –2035… ຫວຽດນາມ ຍັງຈະປະກອບສ່ວນຢ່າງຕັ້ງໜ້າ ມີຄວາມຮັບຜິດຊອບຫຼາຍກວ່າໃນການຮັບມືກັບສິ່ງທ້າທາຍທົ່ວໂລກຄື ການປ່ຽນແປງຂອງດິນຟ້າອາກາດ,ການຫຼຸດຜ່ອນການປ່ອຍອາຍພິດ, ການເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ”                                         .

ຫວຽດນາມ - ດວງດາວທີ່ພວມຂຶ້ນຢູ່ອາຊີ

 ບໍ່ພຽງແຕ່ແມ່ນສະຖານທີ່ນັດພົບຂອງບັນດາບັນຫາທົ່ວໂລກໃນປີ 2025 ເທົານັ້ນ, ຫວຽດນາມຍັງກຳນົດທີ່ຕັ້ງບົດບາດຂອງຕົນຜ່ານບັນດາຜົນສຳເລັດໃນການພັດທະນາເສດຖະກິດ ກໍ່ຄືແງ່ຫວັງໃນການພັດທະນາຢູ່ພາກພື້ນໃນອະນາຄົດອີກດ້ວຍ.

 “ຫວຽດນາມ - ດວງດາວທີ່ພວມຂຶ້ນຢູ່ອາຊີ”

ທ່ານພວມຮັບຟັງສຽງດົນຕີຢູ່ພິທີເປີດຕົວປຶ້ມ “ຫວຽດນາມ - ດວງດາວທີ່ພວມຂຶ້ນຢູ່ອາຊີ” ໂດຍແມ່ນທ່ານ Sam Korsmoe ຊາວອາເມລິກາແລະທ່ານ Brook Taylor ຊາວນິວຊີແລນຮຽບຮຽງ. ຕາມຜູ້ຂຽນສອງຄົນແລ້ວ, ຫວຽດນາມຈາກປະເທດທີ່ທຸກຍາກທີ່ສຸດຢູ່ ອາຊີ ປັດຈຸບັນໄດ້ກາຍເປັນປະເທດທີ່ມີລາຍຮັບປານກາງສູງ. ທ່ານ Brook Taylorແບ່ງປັນວ່າ:   

ທົ່ວປະເທດກໍ່ຄືປະຊາຊົນແຕ່ລະຄົນລ້ວນແຕ່ມີຄວາມຮູ້ສຶກເອກອ້າງທະນົງໃຈຕໍ່ບັນດາສິ່ງທີ່ຕົນເອງບັນລຸໄດ້. ເຂົາເຈົ້າມີຄວາມເອກອ້າງທະນົງໃຈກ່ຽວກັບຜົນສຳເລັດນີ້ ແຕ່ກໍ່ຕ້ອງມຸ່ງໄປເຖິງອະນາຄົດດ້ວຍຄວາມເຊື່ອໝັ້ນວ່າຫວຽດນາມພວມຢຶນຢູ່ຕໍ່ໜ້າໂອກາດເພື່ອກາຍເປັນປະເທດທີ່ມີຊື່ສຽງໃນໂລກ.

ຫວຽດນາມແມ່ນດວງດາວທີ່ພວມຂຶ້ນຂອງອາຊີແລະຈະສືບຕໍ່ມີການເຕີບໂຕແລະພັດທະນາເພື່ອກາຍເປັນປະເທດທີ່ມີລາຍຮັບສູງໃນພາກພື້ນ, ຄ້າຍຄືກັນກັບວິທີການກາຍເປັນພື້ນຖານເສດຖະກິດແຖວໜ້າອາຊີ ເຊິ່ງປະເທດ ໄຕ້ຫວັນ (ຈີນ), ສ.ເກົາຫຼີປະຕິບັດ. ທ່ານ Brook Taylorກໍ່ຖືວ່າ:

 ຂ້າພະເຈົ້າມີຄວາມເຊື່ອໝັ້ນຕໍ່ບົດກ່າວປາໄສຂອງທ່ານເລຂາທິການໃຫຍ່ ໂຕເລິມກ່ຽວກັບສັງກາດໃໝ່ຂອງຫວຽດນາມແມ່ນແຫຼ່ງບັນດານໃຈເພື່ອໃຫ້ ຫວຽດນາມມີຄວາມຫວັງ, ຄວາມໄຝ່ຝັນທີ່ໃຫຍ່ຫຼວງກວ່າ. ມີຫຼາຍຄົນເຊື່ອໝັ້ນວ່າເຂົາເຈົ້າສາມາດບັນລຸໄດ້ຜົນສຳເລັດທີ່ໃຫຍ່ກວ່າ. ພວກຂ້າພະເຈົ້າເຊື່ອໝັ້ນວ່າຫວຽດນາມອາດຈະກາຍເປັນປະເທດທີ່ມີລາຍຮັບສູງໃນ 20 ປີຈະມາເຖິງ.

ທ່ານ Marc Knapper.ເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ

 ຖ້າວ່າທ່ານ Sam Korsmoe ແລະ ທ່ານ Brook Taylor ເຊື່ອໝັ້ນວ່າ 20 ປີຈະມາເຖິງ, ຫວຽດນາມອາດຈະກາຍເປັນປະເທດມີລາຍຮັບສູງແລ້ວນັ້ນ,ສ່ວນສຳລັບທ່ານ Marc Knapper.ເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມແລ້ວ, ບັນດາຄວາມມານະພະຍາຍາມສຳຄັນຂອງຫວຽດນາມຈະນຳມາເຊິ່ງໝາກຜົນທີ່ຕັ້ງໜ້າທີ່ສຸດໃນປີ 2025.

ນັກຂ່າວ: ຫວຽດນາມພວມຜ່ານຜ່າບັນດາບາດກ້າວທີ່ເຂັ້ມແຂງເພື່ອກ້າວເຂົ້າສູ່ສັງກາດໃໝ່, ທ່ານເອກອັກຄະລັດຖະທູດຕັ້ງຄວາມຫວັງແນວໃດສຳລັບຫວຽດນາມ?

ນີ້ແມ່ນບັນດາການປ່ຽນແປງເຊິ່ງຫວຽດນາມ ພວມປະຕິບັດພາຍໃຕ້ການຊີ້ນຳນຳພາຂອງທ່ານເລຂາທິການໃຫຍ່ ໂຕເລິມ, ໂດຍຫວຽດນາມຕັດສິນ. ນີ້ແມ່ນຄວາມມານະພະຍາຍາມທີ່ສຳຄັນແລະຂ້າພະເຈົ້າເຊື່ອໝັ້ນວ່າໝາກຜົນຈະແມ່ນຕັ້ງໜ້າ. ເມື່ອຫວຽດນາມປັບປຸງກົງຈັກການບໍລິຫານໃຫ້ກະທັດລັດລົງ, ເມື່ອຫວຽດນາມສ້າງລັດຖະບານທີ່ມີປະສິດຜົນ, ບັນດານັກລົງທຶນຈະມີຄວາມເຊື່ອໝັ້ນວ່າລັດຖະບານອາດຈະຍົກອອກຂໍ້ຕົກລົງໂດຍໄວແລະນັກລົງທຶນອາດຈະເຂົ້າເຖິງພະລັງງານສະອາດ, ອາດຈະປົກປ້ອງຊັບສິນທາງປັນຍາ, ມີແຫຼ່ງກຳລັງແຮງງານທີ່ເຂັ້ມແຂງ. ຈະມີນັກລົງທຶນຫຼາຍຄົນກ່ວາອີກ, ລວມທັງບັນດານັກລົງທຶນອາເມລິກາມາເຂົ້າຮ່ວມ, ເພື່ອຮັບຜົນປະໂຫຍດຈາກການປະກອບສ່ວນເຂົ້າພື້ນຖານເສດຖະກິດທີ່ພວມພັດທະນາຂອງຫວຽດນາມ.

ນັກຂ່າວ: ຫວຽດນາມຢາກບັນລຸໄດ້ເປົ້າໝາຍຮອດປີ 2045, ໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງການສ້າງຕັ້ງປະເທດ ກາຍເປັນປະເທດພັດທະນາມີລາຍຮັບສູງ. ທ່ານມີຄຳເຫັນແນວໃດກ່ຽວກັບຄວາມສາມາດບົ່ມຊ້ອນເພື່ອປະຕິບັດເປົ້າໝາຍນັ້ນ? ຫວຽດນາມມີຄວາມສາມາດບົ່ມຊ້ອນຫຼາຍຢ່າງແລະຕ້ອງປົດປ່ອຍຄວາມສາມາດບົ່ມຊ້ອນນັ້ນ ດ້ວຍວິທີການປົດປ່ອຍບັນດາການປະຕິບັດລະບຽບການບໍລິຫານ, ເພື່ອອະນຸຍາດໃຫ້ຜູ້ມີຫົວຄິດປະດິດສ້າງແລະ startup ຂອງຫວຽດນາມເສີມຂະຫຍາຍໄດ້ຈິດໃຈນັກທຸລະກິດແລະປະສົບຜົນສຳເລັດ. ດ້ວຍປະຊາກອນທີ່ສ່ວນຫຼາຍແມ່ນຊາວໜຸ່ມ, ມີຄວາມຂະຫຍັນຂັນເຄື່ອນ, ເຕັມໄປດ້ວຍພະລັງຊີວິດ, ຫວຽດນາມມີໂອກາດຫຼາຍຢ່າງແລະຂ້າພະເຈົ້າຢາກຮັບປະກັນວ່າໄວໜຸ່ມຈະຮູ້ສຶກວ່າຕົນເອງພວມຢູ່ໃນພື້ນຖານເສດຖະກິດເຊິ່ງເຂົາເຈົ້າອາດຈະມີແນວຄວາມຄິດ, ເຂົາເຈົ້າອາດຈະປະຕິບັດແລະສ້າງວິສາຫະກິດ, ປະສົບຜົນສຳເລັດແລະຫາເງິນໄດ້.

ແລະຂ້າພະເຈົ້າຄິດວ່າໜຶ່ງໃນບັນດາທ່າແຮງຂອງຫວຽດນາມແມ່ນທຸກຄົນຮູ້ສຶກປະເອີບໃຈຕໍ່ອະນາຄົດ, ຫວັງວ່າໃນອະນາຄົດຈະດີກວ່າປັດຈຸບັນ. ຂ້າພະເຈົ້າຄິດວ່າ, ຄວາມຫວັງແລະຄວາມປະເອີບໃຈແມ່ນທາດແທ້ຂອງຊາດຫວຽດນາມ. ຂ້າພະເຈົ້າຮູ້ສຶກປະທັບໃຈ ແລະມີຄວາມເຄົາລົບນິຍົມຕໍ່ສິ່ງນັ້ນ.

ຂໍຂອບໃຈທ່ານເອກອັກຄະລັດຖະທູດ

ກ້າວຂຶ້ນພ້ອມກັບຍຸສະໄໝ

ສຳລັບຊາວ ຫວຽດນາມ, ປີ 2025, ປີມະເສັງ, ບໍ່ພຽງແຕ່ເປັນຂີດໝາຍດ້ານເວລາເທົ່ານັ້ນ, ຫາກຍັງແມ່ນຂີດໝາຍປະຫວັດສາດສຳຄັນເພື່ອໃຫ້ ຫວຽດນາມ ກະກຽມໃຫ້ແກ່ສັງກາດບຸກບືນຂອງຊາດ.ອີກດ້ວຍ ສັງກາດນັ້ນ ຕິດພັນກັບສະຖານະພາບກາລະເວລາ, ກັບການພັດທະນາຂອງໂລກ, ແມ່ນໂອກາດເພື່ອໃຫ້ ຫວຽດນາມ ກ້າວຂຶ້ນພ້ອມກັບຍຸກສະໄໝ.

ທ່ານເລຂາທິການໃຫຍ່ ໂຕເລິມ ຖ່າຍຮູບກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ (ພາບ: VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກເປັນຫຼາຍຄັ້ງແລ້ວວ່າ ນັບແຕ່ນີ້ຮອດປີ 2030 ແມ່ນກາລະໂອກາດ ໄລຍະຍຸດທະສາດທີ່ສຳຄັນ, ແມ່ນໄລຍະເລັ່ງດ່ວນຂອງການປະຕິວັດ ຫວຽດນາມ ເພື່ອບັນລຸໄດ້ເປົ້າໝາຍຍຸດທະສາດ 100 ປີພາຍໃຕ້ການນຳພາຂອງພັກ, ສ້າງປະຖົມປັດໄຈອັນໝັ້ນແກ່ນເພື່ອບັນລຸໄດ້ເປົ້າໝາຍ 100 ປີແຫ່ງວັນສ້າງຕັ້ງປະເທດ.

ວິວັດທະນາການພັດທະນາຂອງປະເທດຊາດ ແມ່ນເຕີບໃຫຍ່ເຂັ້ມແຂງທີ່ສຸດ. ແຕ່ເມື່ອເບິ່ງບັນດາປະເທດເພື່ອນມິດອ້າຍນ້ອງພັດເຫັນວ່າ  ເຂົາເຈົ້າກໍພັດທະນາ ແລະ ກ້າວໄປໄວຫຼາຍ. ຍິ່ງກວ່າເວລາໃດໝົດ, ນີ້ແມ່ນຈຸດເວລາເພື່ອໃຫ້ພວກເຮົາຕ້ອງບືນຕົວຂຶ້ນ, ແລ່ນໄປໃຫ້ໄວ ເພື່ອທຽບທັນກັບໂລກ. ນີ້ແມ່ນຍຸກສະໄໝແຫ່ງກາລະໂອກາດ. ຖ້າວ່າພາດໂອກາດນີ້ ແມ່ນມີໂທດຕໍ່ປະເທດຊາດ, ຕໍ່ປະຊາຊົນ”.

ນັບແຕ່ເວລານີ້, ຫວຽດນາມ ໄດ້ສຸມຫຼາຍແຫຼ່ງກຳລັງເພື່ອພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ ເພື່ອຢັ້ງຢືນທີ່ຕັ້ງຂອງ ຫວຽດນາມ ໃນແຜນທີ່ເຕັກໂນໂລຢີໂລກ. ສູ້ຊົນອີກ 5 ປີຂ້າງໜ້າ, ຫວຽດນາມ ຈະນອນໃນກຸ່ມ Top 3 ຂອງ ອາຊີຕາເວັນອອກສ່ຽງໃຕ້, ກຸ່ມ Top 50 ໃນໂລກ ກ່ຽວກັບຄວາມສາມາດແກ້ງແຍ້ງດີຈີຕອນ. ອີກ 20 ປີຂ້າງໜ້າ, ຫວຽດນາມ ມຸ່ງໄປເຖິງເລື່ອງກາຍເປັນປະເທດພັດທະນາ, ມີລາຍຮັບສູງ, ໂດຍອີງໃສ່ພື້ນຖານວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ, ດ້ວຍບັນດາຂະແໜງເສດຖະກິດປາຍແຫຼມທີ່ບັນລຸລະດັບກ້າວໜ້າ, ເຊື່ອມໂຍງເຂົ້າກັບລະບົບມູນຄ່າທົ່ວໂລກຢ່າງເລິກເຊິ່ງກວ້າງຂວາງ.

ທ່ານສາດສະດາຈານ, ປອ. ຫງວຽນຊວັນຖັງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກຄອມມູນິດ ຫວຽດນາມ ຖືວ່າ:

“ນີ້ແມ່ນແຜນນະໂຍບາຍເພື່ອສ້າງບາດກ້າວບຸກທະລຸໃໝ່ໃຫ້ແກ່ການພັດທະນາຂອງປະເທດຊາດໃນສັງກາດບຸກບືນຂອງຊາດ ຫວຽດນາມ ຄືດັ່ງທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຢັ້ງຢືນເປັນຫຼາຍຄັ້ງແລ້ວ. ນີ້ກໍສະແດງໃຫ້ເຫັນສານ, ຂີດໝາຍອັນໜ້າປະທັບໃຈຂອງຜູ້ນຳພັກ ສຳລັບບັນດາຈິນຕະນາການໃໝ່, ບັນດານະໂຍບາຍຊີ້ຂາດຍຸດທະສາດເພື່ອໃຫ້ພວກເຮົາປະຕິບັດບັນດາເປົ້າໝາຍພັດທະນາປະເທດຊາດໃນໄລຍະຈະມາເຖິງໃຫ້ໄດ້".

ໂດຍຍາດແຍ່ງໂອກາດຈາກບັນດາທ່າອ່ຽງແຫ່ງຍຸກສະໄໝ, ກົນໄກສົ່ງເສີມທີ່ເໝາະສົມ ແລະ ຄວາມມານະພະຍາຍາມໃນການ ປະສານສົມທົບ, ຮ່ວມແຮງຮ່ວມໃຈ,  ຫວຽດນາມ ຈະປະສົບຜົນສຳເລັດໃນການຫັນບັນດາເປົ້າໝາຍພັດທະນາໃຫ້ປະກົດຜົນເປັນຈິງ. ທ່ານຮອງສາດສະດາຈານ.ປອ ຫວູມິງເຄືອງ, ໂຮງຮຽນນະໂຍບາຍສາທາລະນະ ຫຼີກວນຢູ, ສັງກັດມະຫາວິທະຍາໄລແຫ່ງຊາດ ສິງກະໂປ ຕີລາຄາວ່າ:

“ຄວາມສາມາດໃນການເຊື່ອມໂຍງຂອງ ຫວຽດນາມ ຈະໄປໄກກວ່າ ເມື່ອ ຫວຽດນາມ ວາງກຳນົດນະໂຍບາຍໄດ້ເປັນຢ່າງດີໃນໄລຍະຈະມາເຖິງ. ຂ້າພະເຈົ້າເຫັນວ່າ ພັກ, ລັດ ຫວຽດນາມ ມີບັນດານະໂຍບາຍທີ່ນັບມື້ນັບຂ້ຽວຂາດກວ່າ ແລະ ມຸ່ງໄປສູ່ທາງໜ້າຢ່າງແທ້ຈິງ”.

ມີຊາວຫວຽດນາມ ຫຼາຍຄົນກໍເຊື່ອໝັ້ນວ່າ ອະນາຄົດຂອງປະເທດຊາດ ຈະນັບມື້ນັບດີງາມກວ່າເກົ່າ.

ປີ 2024, ທຸກດ້ານຂອງປະເທດຊາດພັດທະນາຢ່າງເຂັ້ມແຂງ. ຂ້າພະເຈົ້າຫວັງວ່າ ປີ 2025 ປະເທດຫວຽດນາມຈະພັດທະນາຂຶ້ນອີກບາດກ້າວໜຶ່ງ ແລະ ນັບມື້ນັບເຕີບໂຕດີກວ່າ.

ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນຕໍ່ຈິດໃຈຂອງ ຫວຽດນາມ, ຂ້າພະເຈົ້າມີຄວາມເຊື່ອໝັ້ນຕໍ່ຊາວ ຫວຽດນາມ. ນີ້ແມ່ນຈຸດເວລາອັນດີງາມເພື່ອແນະນຳກັບໂລກກ່ຽວກັບປະເທດ ຫວຽດນາມ ທີ່ມີໂສມໜ້າທີ່ໃໝ່ອ່ຽມ, ປະເທດ ຫວຽດນາມ ກຽມພ້ອມກ້າວເຂົ້າສູ່ສັງກາດໃໝ່ທີ່ດີກວ່າ.

ຊາດ ຫວຽດນາມ ພວມຢືນຢູ່ຕໍ່ໜ້າກາລະໂອກາດປະຫວັດສາດ ນຳປະເທດກ້າວເຂົ້າສູ່ສັງກາດບຸກບືນ, ຢັ້ງຢືນທີ່ຕັ້ງບົດບາດຂອງ ຫວຽດນາມ ໃນຍຸກສະໄໝ. ຫວຽດນາມ ໄດ້ຮັບຮູ້ ແລະ ວາງຕົວເຂົ້າຖືກກັບກະແສຂອງມວນມະນຸດ, ຮັບຮູ້ຖືກຕ້ອງບັນດາທ່າອ່ຽງການພົວພັນສາກົນທີ່ຕັ້ງໜ້າ ແລະ ຈະຍາດແຍ່ງກາລະໂອກາດນັ້ນ ເພື່ອບັນລຸໄດ້ບັນດາເປົ້າໝາຍທີ່ໄດ້ວາງອອກ./.   

TAG
VOV/VOVworld/ຫວຽດ​ນາມ/ການ​ພັດ​ທະ​ນາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ