logo

ຢ່າງໜ້ອຍສຸດມີເດັກນ້ອຍ 67 ຄົນເສຍຊີວິດຍ້ອນການບຸກໂຈມຕີຂອງ ອິດສະຣາແອັນ ພາຍຫຼັງຄຳສັ່ງຢຸດຍິງຢູ່ ກາຊາ

2025/11/23 | 09:35:20
(VOVWORLD) - ຄິດສະເລ່ຍແຕ່ລະມື້ ມີເດັກນ້ອຍຢູ່ເຂດ ກາຊາເສຍຊີວິດ 2 ຄົນ ແລະ ຖືກຮັບບາດເຈັບນັບສິບຄົນ ນັບແຕ່ຄຳສັ່ງຢຸດຍິງມີຜົນສັກສິດ.
(ພາບປະກອບ: REUTERS/Mahmoud Issa)

ຕາມກອງທຶນສະຫະປະຊາຊາດເພື່ອເດັກ (UNICEF), ຢ່າງໜ້ອຍສຸດມີເດັກນ້ອຍ 67 ຄົນເສຍຊີວິດຍ້ອນການບຸກໂຈມຕີຂອງ ອິດສະຣາແອັນ, ນັບແຕ່ເມື່ອຄຳສັ່ງຢຸດຍິງມີຜົນສັກສິດໃນວັນທີ 10 ຕຸລາ.

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວທີ່ ເຊີແນວ ໃນວັນທີ 21 ພະຈິກ, ທ່ານ Ricardo Pires, ໂຄສົກ UNICEF ໃຫ້ຮູ້ວ່າ, ຄິດສະເລ່ຍແຕ່ລະມື້ ມີເດັກນ້ອຍຢູ່ເຂດ ກາຊາເສຍຊີວິດ 2 ຄົນ ແລະ ຖືກຮັບບາດເຈັບນັບສິບຄົນ ນັບແຕ່ຄຳສັ່ງຢຸດຍິງມີຜົນສັກສິດ. ທ່ານ Ricardo Pires ເນັ້ນໜັກວ່າ, ເຖິງວ່າ UNICEF ພວມດຳເນີນບັນດາການເຄື່ອນໄຫວມະນຸດສະທຳທີ່ມີຂອບຂະໜາດໃຫຍ່ຢູ່ ກາຊາ, ແຕ່ການອຸປະຖຳທີ່ສົ່ງມາເຂດດິນແດນນີ້ຍັງໜ້ອຍທີ່ສຸດເມື່ອທຽບກັບຄວາມຕ້ອງການຕົວຈິງ.

ຕາມອົງການສາທາລະນະສຸກ ປາແລັດສະຕິນ ແລ້ວ, ນັບແຕ່ເມື່ອຄຳສັ່ງຢຸດຍິງມີຜົນສັກສິດ, ບັນດາການບຸກໂຈມຕີຂອງ ອິດສະຣາແອັນ ໄດ້ເຮັດໃຫ້ຊາວ ປາແລັດສະຕິນ 312 ຄົນເສຍຊີວິດ ແລະ 760 ຄົນຮັບບາດເຈັບ.

TAG
VOV/VOVworld/​ຄຳ​ສັ່ງ​/ຢຸດ​ຍິງ​/​ຜົນ​ສັກ​ສິດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ