logo

ຢາ​ລາຍ ປະ​ຕິ​ບັດສຳ​ເລັດ​ການ​ກໍ່​ສ້າງ​ເຮືອນ​ຢູ່ 451 ຫຼັງ ໃນ​ “ບັ້ນ​ ກວາງ​ຈູງ”

2025/12/10 | 10:37:46
(VOVWORLD) -  ໄລ່ຮອດວັນທີ 8 ທັນວາ, ຈຳນວນເຮືອນທີ່ຕ້ອງກໍ່ສ້າງໃໝ່ທັງໝົດໄດ້ເລີ່ມລົງມືກໍ່ສ້າງ. ໃນນັ້ນ, 451 ຫຼັງໄດ້ຮັບການກໍ່ສ້າງສຳເລັດ ຫຼື ໃກ້ຈະສຳເລັດ.
ພະນັກງານ, ນັກຮົບໂຮງຮຽນການທະຫານ ຜັນຂະຫຍາຍການກໍ່ສ້າງ, ສ້ອມແປງເຮືອນຢູ່ໃຫ້ແກ່ປະຊາຊົນຢູ່ຕາແສງ ໂງເມີຍ, ແຂວງ ຢາລາຍ (ພາບ: VOV)

ພາຍຫຼັງຜັນຂະຫຍາຍ “ບັ້ນ ກວາງຈູງ” ພຽງແຕ່ໄດ້ 10 ວັນ (ແຕ່ວັນທີ 01 – 10 ທັນວາ), ແຂວງ ຢາລາຍ ໄດ້ເລີ່ມລົງມືກໍ່ສ້າງ ແລະ ປະຕິບັດສຳເລັດ 70% ໃນຈຳນວນເຮືອນຢູ່ທັງໝົດ 674 ຫຼັງທີ່ຖືກເສຍຫາຍທັງໝົດຍ້ອນນ້ຳຖ້ວມ, ພ້ອມດຽວກັນນັ້ນ ກໍຍູ້ໄວການສ້ອມແປງເຮືອນທີ່ຖືກເປ່ເພຢ່າງໜັກໜ່ວງ.

ໄລ່ຮອດວັນທີ 8 ທັນວາ, ຈຳນວນເຮືອນທີ່ຕ້ອງກໍ່ສ້າງໃໝ່ທັງໝົດໄດ້ເລີ່ມລົງມືກໍ່ສ້າງ. ໃນນັ້ນ, 451 ຫຼັງໄດ້ຮັບການກໍ່ສ້າງສຳເລັດ ຫຼື ໃກ້ຈະສຳເລັດ. ແຂວງ ຢາລາຍ ໃຫ້ຄຳໝັ້ນສັນຍາວ່າ ຈະກໍ່ສ້າງເຮືອນຫຼັງໃໝ່ສຳເລັດກ່ອນວັນທີ 25 ມັງກອນ 2026. ກ່ຽວກັບການສ້ອມແປງເຮືອນຢູ່, ທົ່ວແຂວງມີ 31.000 ຫຼັງ ຕ້ອງການສ້ອມແປງ. ໄລ່ຮອດປັດຈຸບັນ, ມີເຮືອນເກືອບ 90% ໄດ້ຮັບການກໍ່ສ້າງສ້ອມແປງສຳເລັດ. ສ່ວນທີ່ຍັງເຫຼືອຈະໄດ້ຮັບການແກ້ໄຂໃນເດືອນທັນວາ 2025 ແລະ ປະຕິບັດໃຫ້ສຳເລັດກ່ອນວັນທີ 15 ມັງກອນ 2026

TAG
VOV/VOVworld/​ “ບັ້ນ​ ກວາງ​ຈູງ”/ກໍ່​ສ້າງ/ສ້ອມ​ແປງ​ເຮືອນ​ຢູ່

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ