logo

ຢູ​ແກຼນ ຄາດ​ຄະ​ເນຈະ​ຊື້​ອາ​ວຸດ ແລະ ຍຸດ​ໂທ​ປະ​ກອນ​ດ້ວຍ​ປະ​ລິ​ມານຫຼາຍ​ຈາກ ຝ​ລັ່ງ

2025/11/18 | 09:16:07
(VOVWORLD) - ວັນທີ 17 ພະຈິກ ຢູ່ ປາຣີ, ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ແລະ ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ໄດ້ລົງນາມໃນອະນຸສັນຍາວ່າດ້ວຍເລື່ອງ ຢູແກຼນ ອາດຈະຊື້ເຮືອບິນສູ້ຮົບ Rafale  100 ລຳ ຈາກ ຝລັ່ງ.
 ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ແລະ ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ຢູ່ ປາຣີ ໃນວັນທີ 17 ພະຈິກ (ພາບ: REUTERS/Sarah Meyssonnier)
 ທ່ານ Zelensky  ປະທານາທິບໍດີ ຢູແກຼນ ໃຫ້ຮູ້ວ່າ ນີ້ແມ່ນເຫດການ “ປະຫວັດສາດ” ຂະນະເປັນຄັ້ງທຳອິດທີ່ ຢູແກຼນ ກຳມະສິດປະລິມານເຮືອບິນຕໍ່ສູ້ປະເພດນີ້ ກໍຄື ບັນດາລະບົບປ້ອງກັນອາກາດລຸ້ນໃໝ່. ໃນຂະນະນັ້ນ, ຕາມວັງ Élysée ແລ້ວ, ຂໍ້ຕົກລົງສະບັບດັ່ງກ່າວ, ດ້ວຍວິໄສທັດໄລຍະ 10 ປີ, ລວມມີບັນດາສັນຍາທີ່ມີກຳລັງບົ່ມຊ້ອນໃນອະນາຄົດ ກ່ຽວກັບເລື່ອງ ຢູແກຼນ ຊື້ອຸປະກອນປ້ອງກັນຊາດລຸ້ນໃໝ່ຈາກ ຝລັ່ງ, ລວມມີ ເຮືອບິນ  Rafale ປະມານ 100 ລຳ ພ້ອມດ້ວຍອາວຸດຕິດພ້ອມ, ລະບົບປ້ອງກັນອາກາດ SAMP – T ລຸ້ນໃໝ່, ບັນດາລະບົບ radar, ລູກລະເບີດ AASM Hammer ແລະ ບັນດາເຮືອບິນບໍ່ມີຄົນຂັບຫຼາຍຊະນິດ.

ໃນວັນດຽວກັນ, ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີຣົບ (EC) ຮຽກຮ້ອງບັນດາປະເທດສະຫະພາບເອີຣົບ ເຫັນດີເປັນເອກະພາບຕໍ່ແຜນການຮັບປະກັນແຫຼ່ງການເງິນ ແລະ ການທະຫານໃຫ້ແກ່ ຢູແກຼນ ໃນໄລຍະ 2026 – 2027 ກ່ອນເດືອນ ທັນວາ, ດ້ວຍຄວາມຕ້ອງການທັງໝົດລວມມູນຄ່າ 135,7 ຕື້ ເອີໂຣ (160 ຕື້ USD).


TAG
VOV/VOVworld/ປາ​ຣີ/ຢູ​ແກຼນ/ຊື້​ອາ​ວຸດ​ຍຸດ​ໂທ​ປະ​ກອນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ