logo

ຢູ​ແກຼນ ແລະ ລັດ​ເຊຍ ປະ​ກາດ​ບັນ​ດາ​ບັ້ນ​ບຸກ​ໂຈມ​ຕີ UAV ໃຫຍ່

2025/9/21 | 11:20:18
(VOVWORLD) - ກອງທັບອາກາດ ຢູແກຼນ ປະກາດພົບເຫັນມີຍານພະຫະນະບຸກໂຈມຕີເກືອບ 620 ເຄື່ອງ, ລວມມີພະຫະນະບໍ່ມີຄົນຂັບ (UAV), ລູກສອນໄຟນຳວິຖີ, ໄດ້ບຸກໂຈມຕີເລັ່ງໃສ່ຫຼາຍເຂດໃນດິນແດນປະເທດນີ້.
(ພາບປະກອບ: THX/TTXVN)

ວັນທີ 20 ກັນຍາ, ກອງທັບອາກາດ ຢູແກຼນ ປະກາດພົບເຫັນມີຍານພະຫະນະບຸກໂຈມຕີເກືອບ 620 ເຄື່ອງ, ລວມມີພະຫະນະບໍ່ມີຄົນຂັບ (UAV), ລູກສອນໄຟນຳວິຖີ, ໄດ້ບຸກໂຈມຕີເລັ່ງໃສ່ຫຼາຍເຂດໃນດິນແດນປະເທດນີ້. ກຳລັງປ້ອງກັນອາກາດ ຢູແກຼນ ໄດ້ຍິງຕົກຍານພະຫະນະບຸກໂຈມຕີດັ່ງກ່າວຈຳນວນໜຶ່ງ. ນີ້ແມ່ນໜຶ່ງໃນບັນດາບັ້ນບຸດໂຈມຕີຄັ້ງໃຫຍ່ສຸດໃນຫຼາຍອາທິດຜ່ານມາ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ ໓ ຄົນ ແລະ ຜູ້ຮັບບາດເຈັບນັບສິບຄົນ. ຕາມທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ແລ້ວ, ບັນດາບັ້ນບຸກໂຈມຕີໄດ້ຮັບຮູ້ຢູ່ 9 ເຂດ, ໃນນັ້ນມີນະຄອນຫຼວງ Kiev.

ໃນຂະນະນັ້ນ, ກະຊວງປ້ອງກັນປະເທດ ລັດເຊຍ ຖະແຫຼງ ກຳລັງປະເທດນີ້ໄດ້ຍູ້ຖອຍບັນດາບັ້ນບຸກໂຈມຕີຢ່າງດຸເດືອດເຂົ້າ 2 ແຂວງ Volgograd ແລະ Rostov, ພ້ອມທັງຢັ້ງຢືນລະບົບປ້ອງກັນອາກາດ ໄດ້ “ພົບເຫັນ ແລະ ຍິງຕົກ” UAV 149 ລຳ. ວົງການເຈົ້າໜ້າທີ່ ລັດເຊຍ ຢັ້ງຢືນມີຜູ້ບາດເຈັບ 1 ຄົນຢູ່ແຂວງ Saratov.

TAG
VOV/VOVworld/ພະຫະນະບໍ່ມີຄົນຂັບ/ບຸກ​ໂຈມ​ຕີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ