logo

ລົງ​ມື​ກໍ່​ສ້າງ ແລະ ເປີດ​ການນຳ​ໃຊ້ບາງໂຄງ​ການ ຂອງ ຫວຽດ​ນາມ ຊ່ວຍ​ເຫຼືອ ລາວ

2022/3/23 | 08:59:00
(VOVWORLD) -ວັນທີ 22 ມີນາ, ຢູ່ແຂວງ ໄຊສົມບູນທີ່ປະເທດ ລາວ, ຄະນະກຳມະການຮ່ວມມື ຫວຽດນາມ - ລາວ ໄດ້ສົມທົບກັບຄະນະກຳມະການຮ່ວມມື ລາວ - ຫວຽດນາມ ຈັດພິທີລົງມືກໍ່ສ້າງ, ເປີດການນຳໃຊ້ ແລະ ມອບ - ຮັບບາງໂຄງການ ເຊິ່ງລັດຖະບານ ຫວຽດນາມ ຊ່ວຍເຫຼືອລ້າໃຫ້ແກ່ ລັດຖະບານ ລາວ.
ພິທີເປີດການນຳໃຊ້ ແລະ ມອບ - ຮັບໂຄງການກໍ່ສ້າງ ໂຮງຮຽນການທະຫານແຂວງ ໄຊສົມບູນ (ພາບ:TTXVN)

ໂຄງການກໍ່ສ້າງສູນບໍລິການເຕັກນິກກະສິກຳ ຢູ່ແຂວງ ໄຊສົມບູນ ໄດ້ລົງມືກໍ່ສ້າງໃນວັນທີ 22 ມີນາ ມີເນື້ອທີທັງໝົດ 7,2 ເຮັກຕາ ດ້ວຍເງິນລົງທຶນທັງໝົດກວ່າ 5,7 ລ້ານ USD. ໂຄງການດັ່ງກ່າວຄາດວ່າຈະສຳເລັດພາຍໃນເວລາ 2 ປີ.

     ໃນວັນດຽວກັນ, ຜູ້ຕາງໜ້າລັດຖະບານ ຫວຽດນາມ ແລະ ລາວ ໄດ້ເຂົ້າຮ່ວມພິທີເປີດການນຳໃຊ້ ແລະ ມອບ - ຮັບໂຄງການກໍ່ສ້າງ ໂຮງຮຽນການທະຫານແຂວງ ໄຊສົມບູນ ທີ່ມີເງິນລົງທຶນກໍ່ສ້າງທັງໝົດເກືອບ 6,7 ລ້ານ USD. ໂຄງການດັ່ງກ່າວ ໄດ້ລົງມືກໍ່ສ້າງມາແຕ່ເດືອນຕຸລາ 2019.

     ກໍໃນວັນດຽວກັນ, ປະທານຄະນະກຳມະການຮ່ວມມືສອງທ່ານຂອງສອງປະເທດສອງທ່ານ ກໍໄດ້ເຂົ້າຮ່ວມພິທີເປີດນຳໃຊ້ໂຮງງານປຸງແຕ່ງຜະລິດຕະພັນກະເສດ, ຢາສະໝູນໄພ ໄຊສົມບູນ. ນີ້ແມ່ນໂຄງການໂດຍ ບໍລິສັດໃຫຍ່ຮ່ວມມືເສດຖະກິດ (COECCO) ລົງທຶນກໍ່ສ້າງ ດ້ວຍເງິນລົງທຶນປະມານ 1,6 ລ້ານ USD ແນໃສ່ພັດທະນາເສດຖະກິດ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ.

                       


TAG
VOV/VOVworld/ໂຄງ​ການ/ຊ່ວຍ​ເຫຼືອ​ລ້າ/ໄຊ​ສົມ​ບູນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ