logo

ລົງ​ມື​ກໍ່​ສ້າງ​ໂຮງຮຽນ​ມັດ​ທະ​ຍົມ​ວິ​ຊາ​ຊີບຕົວ​ແບບ​ມິດ​ຕະ​ພາບ​ ລາວ-ຫວຽດ​ນາມ

2022/1/5 | 11:10:00
(VOVWORLD) -ວັນທີ 05 ມັງກອນ, ຢູ່ເມືອງໜອງບົກ, ແຂວງຄຳມ່ວນ, ພາກກາງຂອງລາວ,  ໄດ້ເລີ່ມລົງມືກໍ່ສ້າງ ໂຮງຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດນາມ ທີ່ມີມູນຄ່າ 5 ລ້ານ USD, ເຊິ່ງແມ່ນຂອງຂວັນຈາກ ພັກ, ລັດ ແລະ ປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນລາວ ຊຶ່ງໄດ້ມອບໃຫ້ຝ່າຍລາວໃນຂອບເຂດການຢ້ຽມຢາມສັນຖະໄມຕີລາວ ຢ່າງເປັນທາງການຂອງທ່ານ ປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໃນເດືອນ ສິງຫາ 2021.
ພິທີວາງສີລາລຶກ ໂຄງການກໍ່ສ້າງໂຮງຮຽນມັດທະຍົມວິຊາຊິບຕົວແບບມິດຕະພາບ ຫວຽດນາມ - ລາວ  (ພາບ: TTXVN)

        ກ່າວຄຳເຫັນຢູ່ພິທີ, ທ່ານ ນາງ ວູຕູແອວງ, ທີ່ປືກສາສະຖານທູດ ຫວຽດນາມປະຈຳ ລາວ, ເນັ້ນໜັກວ່າໂຄງການກໍ່ສ້າງໄດ້ສະແດງໃຫ້ເຫັນຄວາມຕັດສີນໃຈຂອງການນຳຂອງສອງພັກ, ສອງລັດ ທີ່ມີຕໍ່ພາລະກິດການສຶກສາ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດຂອງປະເທດລາວເວົ້າລວມ, ຂອງ ແຂວງຄຳມ່ວນ ເວົ້າສະເພາະ. ຂອງຂວັນນີ້ແມ່ນການຝາກຝັງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຫວັງຂອງການນຳພັກ, ລັດ ຫວຽດນາມ ຕໍ່ລຸ້ນໜຸ່ມຂອງລາວ ຫວັງວ່າລຸ້ນໜຸ່ມນີ້ຈະໄດ້ປະກອບຄວາມຮູ້ດີທີ່ສຸດເພື່ອສ້າງສາປະເທດລາວ, ສືບຕໍ່ຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ແກ່ການພົວພັນມິດຕະພາບ ແລະ ນໍ້າໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ.

        ສ່ວນຝ່າຍລາວ, ທ່ານວັນໄຊ ພົງສະຫວັນ ເລຂາພັກແຂວງ, ເຈົ້າແຂວງໆຄຳມ່ວນ ເນັ້ນໜັກວ່ານີ້ແມນໂຄງການສຳຄັນໃນການພັດທະນາ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ ແຂວງຄຳມ່ວນຊຶ່ງ ໄດ້ກໍ່ສ້າງໃນເນື້ອທີ່ 3,7 ເຮັກຕາ, ໂຮຽຮຽນແຫ່ງນີ້ ຈະເປັນໂຮຽຮຽນແຫ່ງທຳອິດຢູ່ ແຂວງຄຳມ່ວນ ທັງຮຽນ ແລະ ທັງສອນວິຊາຊີບໄປພ້ອມໆກັນ.

TAG
VOV/VOVworld/ໂຄງ​ການ​ກໍ່​ສ້າງ/ໂຮງ​ຮຽນ/ຄຳ​ມ່ວນ/ສຶກ​ສາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ