logo

ລັດຖະນະໂຍບາຍຂອງລັດຖະບານກ່ຽວກັບການພັດທະນາເສດຖະກິດ - ສັງຄົມ

2012/5/14 | 08:44:49
ລັດຖະບານ​ຫາ​ກໍ​ປະກາດ​ໃຊ້, ອະນຸມັດ​ຜ່ານ​ບາງ​ລັດຖະນະ​ໂຍບາຍ​ກ່ຽວ​ກັບ​ບັນຫາ​ຄຸ້ມ​ຄອງ, ນຳ​​ໃຊ້​ດິນ​ປູກ​ເຂົ້າ, ພັດທະນາ​ກຸ່ມ​ບໍລິສັດ​ເສດຖະກິດ​ຢ່າງ​ໝັ້ນ​ຄົງ​ເຂັ້ມ​ແຂງ

ຄຸ້ມຄອງ, ນຳໃຊ້ດິນປູກເຂົ້າ ແມ່ນພາກສ່ວນໜຶ່ງໃນລັດຖະນະໂຍບາຍຂອງລັດຖະບານ
(ພາບ: ອີນເຕີເນັດ)

(vovworld) - ລັດຖະບານ​ຫາ​ກໍ​ປະກາດ​ໃຊ້, ອະນຸມັດ​ຜ່ານ​ບາງ​ລັດຖະນະ​ໂຍບາຍ​ກ່ຽວ​ກັບ​ບັນຫາ​ຄຸ້ມ​ຄອງ, ນຳ​​ໃຊ້​ດິນ​ປູກ​ເຂົ້າ, ພັດທະນາ​ກຸ່ມ​ບໍລິສັດ​ເສດຖະກິດ​ຢ່າງ​ໝັ້ນ​ຄົງ​ເຂັ້ມ​ແຂງ. ຕາມ​ດຳລັດ​ຂອງ​ລັດຖະບານ​ກ່ຽວ​ກັບການ​ຄຸ້ມຄອງ, ນຳ​​ໃຊ້​ດິນ​ປູກ​ເຂົ້າ, ​ເລີ່​ມ​ແຕ່​ວັນ​ທີ 1/7/2012, ນອກຈາກ​ໄດ້​ຮັບ​ການໜູນ​ຊ່ວຍ​ຜະລິດ​ເຂົ້າ​ໃນ​ແຕ່ລະ​ປີ​ແລ້ວ, ຊາວ​ກະສິກອນ​ປູກເຂົ້າ ຍັງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໃນ​ເມື່ອ​ການຜະລິດ​ເຂົ້າ​ຖືກ​ເສຍ​ຫາຍ​ຍ້ອນ​ໄພທຳມະ​ຊາດ, ​ໂລກລະບາດ. ​ໂດຍລະອຽດ​ແມ່ນ ງົບປະມານ​ແຫ່ງ​ລັດ​ຈະ​ໜູນ​ຊ່ວຍ 70% ຄ່າ​​ໃຊ້​ຈ່າຍ​ຊື້ຝຸ່ນ​ເຄມີ ​ແລະ ຢາ​ປາບ​ສັດຕູ​ພຶດ ​ເມື່ອ​ການຜະລິດ​ເຂົ້າ​ຖືກ​ເສຍ​ຫາຍ​ກ່ວາ 70%, ລະດັບ​ໜູນ​ຊ່ວຍ 50% ​ເມື່ອ​ການຜະລິດ​ເຂົ້າ​ຖື​ກ​ເສຍ​ຫາຍ​ແຕ່ 30 – 70%. ງົບປະມານ​ແຫ່ງ​ລັດ​ໜູນ​ຊ່ວຍ 70% ຄ່າ​ບຸດ​ເບີກ​ທີ່​ດິນ​ເປົ່າ​ຫວ່າງ​ເປັນ​ດິນ​ປູກ​ເຂົ້າ. ໜູນ​ຊ່ວຍ 100% ​ແນວພັນ​ເຂົ້າ​ໃນ​ປີ​ທຳ​ອິດ​ເພື່ອ​ຜະລິດ​ໃນ​ເນື້ອ​ທີ່​ດິນ​ປູກ​ເຂົ້າ​ທີ່ຫາ​ກໍ​ໄດ້​ຮັບ​ການ​ບຸກ​ເບີກ​ໃໝ່.

ກ່ຽວ​ກັບການ​ພັດທະນາ​ກຸ່ມ​ບໍລິສັດ​ເສດຖະກິດ​ຢ່າງໝັ້ນ​ຄົງ, ຂໍ​້ຕົກລົງ​ຂອງ​ລັດຖະບານ​ໄດ້​ຊີ້​ແຈງວ່າ : ຮຽກຮ້ອງ​​ໃຫ້ພັດທະນາ​ກຸ່ມ​ບໍລິສັດ​ອຸດສາຫະກຳ​ຖ່ານຫີນ - ​ແຮ່​ທາດ ຫວຽດນາມ ກາຍ​ເປັນ​ກຸ່ມ​ບໍລິສັດ​​ເສດຖະກິດ​ໝັ້ນຄົງ, ປະກອບສ່ວນ​ເຂົ້າ​ໃນ​ການ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ​ແຫ່ງ​ຊາດ. ລັດຖະບານ​ຮຽກຮ້ອງ​ໃຫ​​້ ຍົກ​ສູງ​ກຳລັງ​ການ​ແກ່ງ​ແຍ່ງ​ຂອງ​ກຸ່ມ​ບໍລິສັດ​ອຸດສາຫະກຳ​ຖ່ານຫິນ - ​ແຮ່​ທາດ​ຫວຽດນາມ​​ເທື່​ອລະ​ກ້າວ ບົນ​ພື້ນຖານ​ນຳ​ໃຊ້​ແຫຼ່ງຊັບ​ພະຍາກອນ​ທີ່​ມີ​ຢູ່​ແລ້ວ, ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ຕົ້ນຕໍ​ຄື: ອຸດສາຫະກຳ​ຖ່ານ​ຫີນ, ອຸດສາ​ຫະກຳ​​ແຮ່​ທາດ, ອຸດສາ​ຫະກຳ​ໄຟຟ້າ, ອຸດສາຫະກຳ​ກົນ​ຈັກ, ອຸດສາ​ຫະກຳ​ເຄມີ ​ແລະ ອຸດສາຫະກຳ​ວັດ​ສະ​ດຸກໍ່ສ້າງ.

TAG
ດິນປູກເຂົ້າ/ພັດທະນາກຸ່ມບໍລິສັດເສດຖະກິດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ