logo

ລັດ​ຖະ​ບານ​ຈະ​ປະ​ກາດ​ໃຊ້​ມະ​ຕິ​ສະ​ບັບ​ໃໝ່​ກ່ຽວ​ກັບ​ການ​ບຸ​ທະ​ລຸ​ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ

2025/10/24 | 11:23:01
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງຕ້ອງພັດທະນາເຮືອນຢູ່ສັງຄົມຢ່າງໄວວາທີ່ສຸດ ພ້ອມທັງມອບໃຫ້ກະຊວງກໍ່ສ້າງ ເຮັດ ຮ່າງມະຕິກ່ຽວກັບການຜັນຂະຫຍາຍບາງມາດຕະການບຸກທະລຸພັດທະນາ ເຮືອນຢູ່ສັງຄົມ ໄລຍະ 2025-2026 ສຳເລັດ.

(ພາບ:VOV)

   ຕອນເຊົ້າວັນທີ 24 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບນະໂຍບາຍເຮືອນຢູ່ ແລະ ຕະຫຼາດອະສັງຫາລິມະສັບ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດກ່ຽວກັບບັນດາມາດຕະການພັດທະນາບຸກທະລຸເຮືອນຢູ່ສັງຄົມ. ກອງປະຊຸມຈັດຂຶ້ນທາງອອນໄລເຊື່ອມຕໍ່ກັບ 17 ແຂວງ, ນະຄອນທີ່ມີຄວາມຕ້ອງການດ້ານເຮືອນຢູ່ສັງຄົມສູງ.

  ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງຕ້ອງພັດທະນາເຮືອນຢູ່ສັງຄົມຢ່າງໄວວາທີ່ສຸດ ພ້ອມທັງມອບໃຫ້ກະຊວງກໍ່ສ້າງ ເຮັດ ຮ່າງມະຕິກ່ຽວກັບການຜັນຂະຫຍາຍບາງມາດຕະການບຸກທະລຸພັດທະນາ ເຮືອນຢູ່ສັງຄົມ ໄລຍະ 2025-2026 ສຳເລັດ ເພື່ອຕອບສະໜອງຄຳຮຽກຮ້ອງຂອງ ປຊຊ. ເຮືອນຢູ່ສັງຄົມ ຕ້ອງຮັບປະກັນດ້ານຄົມມະນາຄົມ, ເຕັກນິກ, ໄຟຟ້າ, ນ້ຳປະປາ, ສາທາລະນະສຸກ, ວັດທະນະທຳ, ຮັບປະກັນສິດສະເໝີພາບຂອງພົນລະເມືອງກັບບັນດາເປົ້າໝາຍອື່ນ.

TAG
VOV/VOVworld/​ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ