logo

ລັດ​ຖະ​ບານ ປາ​ແລັດ​ສະ​ຕິນ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຖະ​ແຫຼງ​ການ​ຮ່ວມ​ໂດຍ​ອາ​ເມ​ລິ​ກາ​ນຳ​ໜ້າ ກ່ຽວ​ກັບ ເຂດກາ​ຊາ

2025/11/15 | 07:51:59
(VOVWORLD) - ຖະແຫຼງການຮ່ວມໂດຍອາເມລິກາ, ກາຕາ, ເອຢິບ, ສະຫະລັດ ອາຣັບ ເອມີເລັດ (UAE), ຊາອຸດິ ອາຣາເບຍ, ອິນໂດເນເຊຍ, ປາກິດສະຖານ, ຈໍແດນ ແລະ ຕວັກກີ ໄດ້ຍົກອອກມາ.

ວັນທີ 14 ພະຈິກ, ອຳນາດການປົກຄອງ ປາແລັດສະຕິນ (PA) ໄດ້ສະແດງຄວາມຊົມເຊີຍຕໍ່ຖະແຫຼງການຮ່ວມໂດຍ ອາເມລິກາ ແລະ ປະເທດອິດສະລາມຈຳນວນໜຶ່ງຍົກອອກມາກ່ອນນັ້ນໃນວັນດຽວກັນ, ໃນນັ້ນ ຢັ້ງຢືນແຜນການສັນຕິພາບ 20 ຈຸດຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ເພື່ອແນໃສ່ຢຸດຕິສົງຄາມຢູ່ເຂດກາຊາເຊິ່ງ ຈະເປີດຊ່ອງທາງມຸ່ງໄປເຖິງການສ້າງລັດ ປາແລັດສະຕິນ. ຖະແຫຼງການຮ່ວມໂດຍອາເມລິກາ, ກາຕາ, ເອຢິບ, ສະຫະລັດ ອາຣັບ ເອມີເລັດ (UAE), ຊາອຸດິ ອາຣາເບຍ, ອິນໂດເນເຊຍ, ປາກິດສະຖານ, ຈໍແດນ ແລະ ຕວັກກີ ໄດ້ຍົກອອກມາ, ໃນນັ້ນສະແດງຫຼັກໝັ້ນສະໜັບສະໜູນຕໍ່ຮ່າງມະຕິຂອງສະມັດຊາໃຫຍ່ ສປຊ ໂດຍ ວໍຊິງຕັນຮຽບຮຽງ ກ່ຽວກັບການສ້າງກຳລັງຮັກສາສະຖຽນລະພາບສາກົນຢູ່ເຂດກາຊາ. ຈຸດພົ້ນເດັ່ນສຳຄັນຂອງຖະແຫຼງການຮ່ວມ ແມ່ນຄຳໝັ້ນສັນຍາສ້າງວິວັດການມຸ່ງໄປເຖິງການສ້າງລັດ ປາແລັດສະຕິນ.


TAG
VOV/VOVworld/ປາ​ແລັດ​ສະ​ຕິນ/ເຂດກາ​ຊາ/ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ