logo

ລັດ​ຖະ​ບານ ລັດ​ເຊຍ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຜັນ​ຂະ​ຫຍາຍ​ຂໍ້ຕົກ​ລົງ ​ຂັ້ນ​ສູງ​ກັບ ຫວຽດ​ນາມ ໂດຍ​ໄວ ແລະ ມີ​ປະ​ສິດ​ທິ​ຜົນ

2025/10/17 | 09:03:29
(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ Aleksandr Novak ໃຫ້ຮູ້ວ່າ  ລັດຖະບານ ລັດເຊຍ ມີຄວາມເອົາໃຈໃສ່ ແລະ ຍາມໃດກໍ່ມີການຊີ້ນຳ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຢ່າງໃກ້ຊິດເພື່ອ ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນຂອບເຂດບັນດາການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດໂດຍໄວ ແລະ ມີປະສິດທິຜົນ
ການເຮັດວຽກລະຫວ່າງສອງຝ່າຍ (ພາບ: VOV)

ໃນຂອບເຂດການຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມເວທີປາໄສ “ສັບປະດາພະລັງງານ ລັດເຊຍ” ຢູ່ ມົດສະກູ, ຕອນບ່າຍວັນທີ 15 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸຍແທັງເຊີນ ໄດ້ເຮັດວຽກກັບທ່ານຮອງນາຍົກລັດຖະມົນຕີ ສະຫະພັນ ລັດເຊຍ Aleksandr Novak.

ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ໄດ້ຢັ້ງຢືນບັນດາຄວາມມານະພະຍາຍາມລວມຂອງກະຊວງ, ຂະແໜງການສອງປະເທດ ເປີດກວ້າງ ແລະ ປັບປຸງການຮ່ວມມືສອງຝ່າຍໃນຫຼາຍດ້ານ, ພິເສດແມ່ນຂົງເຂດຮັບປະກັນຄວາມໝັ້ນຄົງດ້ານພະລັງງານດ້ວຍຫຼາຍໂຄງການລະອຽດທີ່ພວມໄດ້ຮັບການຊຸກຍູ້ຜັນຂະຫຍາຍ. ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນຄວາມຕັດສິນໃຈພ້ອມກັບລັດຖະບານ ລັດເຊຍ ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືຢ່າງມີປະສິດທິຜົນ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ລັດເຊຍ ຢ່າງບໍ່ຢຸດຢັ້ງ.

ສ່ວນທ່ານຮອງນາຍົກລັດຖະມົນຕີ Aleksandr Novak ໃຫ້ຮູ້ວ່າ  ລັດຖະບານ ລັດເຊຍ ມີຄວາມເອົາໃຈໃສ່ ແລະ ຍາມໃດກໍ່ມີການຊີ້ນຳ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຢ່າງໃກ້ຊິດເພື່ອ ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນຂອບເຂດບັນດາການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດໂດຍໄວ ແລະ ມີປະສິດທິຜົນ, ສຸມໃສ່ແກ້ໄຂບັນດາຂໍ້ຄົງຄ້າງ ເພື່ອຍົກສູງປະສິດທິຜົນໃນການຮ່ວມມືສອງຝ່າຍ.

ເມື່ອແລກປ່ຽນກ່ຽວກັບຂົງເຂດພະລັງງານ, ສອງຝ່າຍໄດ້ເຫັນດີເປັນເອກະພາບຍູ້ໄວວຽກງານກະກຽມເພື່ອຜັນຂະຫຍາຍບັນດາອະນຸສັນຍາ ແລະ ສົນທິສັນຍາກ່ຽວກັບການເປີດກວ້າງການຮ່ວມມືໃນຂົງເຂດການສຳຫຼວດ ແລະ ຂຸດຄົ້ນນ້ຳມັນທີ່ໄດ້ລົງນາມໃນເດືອນພຶດສະພາ ແລະ ມີຜົນບັງຄັບໃຊ້ໃນເດືອນຕຸລາໃນປີນີ້, ຄົ້ນຄ້ວາເປີດກວ້າງການຮ່ວມມືໄປຍັງບັນດາຂົງເຂດອື່ນ, ຄື: ໄຟຟ້າແຮງລົມ, ພະລັງງານສີຂຽວ, ພະລັງງານທົດແທນ ແລະ ສະໜອງການບໍລິການ, ກໍ່ສ້າງພື້ນຖານໂຄງລ່າງ, ສາງຂົນສົ່ງກ່ຽວກັບພະລັງງານ, ນ້ຳມັນອາຍແກັດ.

TAG
VOV/VOVworld/ຫວຽດ​ນາມ/ລັດ​ເຊຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ