logo

ລັດ​ຖະ​ບານ ຫວຽດ​ນາມ ໃຫ້​ບູລິ​ມະ​ສິດ 5 ກຸ່ມ​ໜ້າ​ທີ່​ພັດ​ທະ​ນາ​ໃນ​ອາ​ຍຸ​ການ 2025 – 2030

2025/10/14 | 08:57:05
(VOVWORLD) - ຕອນບ່າຍວັນທີ 13 ຕຸລາ, ຢູ່ຮ່າໂນ້ຍ, ໃນການຖະແຫຼງຂ່າວກ່ຽວກັບໝາກຜົນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກລັດຖະບານ ຄັ້ງທີ 1, ອາຍຸການ 2025 – 2030, ທ່ານ ເຈິ່ນກວາງເຟືອງ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ໃຫ້ຮູ້ວ່າ ກອງປະຊຸມໃຫຍ່ໄດ້ກຳນົດບັນດາຂົງເຂດບູລິມະສິດ, ບຸກທະລຸທີ່ຕ້ອງສຸມໃສ່ຊີ້ນຳ, ບໍລິຫານເພື່ອນຳປະເທດພັດທະນາສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໝັ້ນໃຈກ້າວເຂົ້າສູ່ສັງກາດໃໝ່.
ການຖະແຫຼງຂ່າວກ່ຽວກັບໝາກຜົນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກລັດຖະບານ ຄັ້ງທີ 1 

 ຕາມນັ້ນແລ້ວ, ກໍ່ສຸມໃສ່ສ້າງກົນໄກພັດທະນາໃຫ້ສົມບູນແບບໂດຍໄວ, ປົດປ່ອຍກຳລັງຜະລິດ, ລະດົມທຸກແຫຼ່ງກຳລັງ, ສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາ. ຍູ້ແຮງວິວັດທະນາການຫັນເປັນອຸດສາຫະກຳ, ທັນສະໄໝ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ສ້າງຮູບແບບການເຕີບໂຕໃໝ່, ຖືວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນເປັນກຳລັງຫຼັກແຫຼ່ງ. ພັດທະນາລະບົບໂຄງປະກອບພື້ນຖານໂຄງລ່າງຄົບຊຸດ, ທັນສະໄໝ, ອັດສະລິຍະ. ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ພັດທະນາວັດທະນະທຳ, ສັງຄົມ, ປົກປັກຮັກສາສິ່ງແວດລ້ອມ ແລະ ສຸດທ້າຍແມ່ນປັບປຸງ, ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍົກສູງປະສິດທິຜົນຂອງວຽກງານພົວພັນຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ.

ທ່ານລັດຖະມົນຕີກະຊວງວິທະຍາສາດ - ເຕັກໂນໂລຢີ ຫວຽດນາມ ກ່າວຄຳເຫັນທີ່ການຖະແຫຼງຂ່າວ (ພາບ: VOV)

ໃນຂົງເຂດພົວພັນຕ່າງປະເທດ, ເລື່ອງສ້າງພື້ນຖານການທູດຮອບດ້ານ, ທັນສະໄໝ, ເປັນມືອາຊີບ, ການທູດເສດຖະກິດ ແມ່ນໃຈກາງ, ເປັນເຈົ້າການຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະ ມີປະສິດທິຜົນ ດ້ວຍຈຸດສຸມແມ່ນເຊື່ອມໂຍງກັບເສດຖະກິດສາກົນ; ສົ່ງເສີມ ແລະ ສ້າງເງື່ອນໄຂເພື່ອໃຫ້ຊາວ ຫວຽດນາມ ຢູ່ຕ່າງປະເທດ ມີໂອກາດອຸທິດສ່ວນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ.


 

TAG
VOV/VOVworld/ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ອົງ​ຄະ​ນະ​ພັກ​ລັດ​ຖະ​ບານ ​ຄັ້ງ​ທີ 1/5 ກຸ່ມ​ໜ້າ​ທີ່​ພັດ​ທະ​ນາ​ໃນ​ອາ​ຍຸ​ການ 2025 – 2030

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ