logo

ລັດ​ຖະ​ບານ ອິດ​ສະຣາ​ແອັນ ຮັບ​ຮອງ​ເອົາ​ຄຳ​ສັ່ງ​ຢຸດ​ຍິງ

2025/10/10 | 11:11:00
(VOVWORLD) -  ພາຍຫຼັງໂຈະໄວ້ເປັນຫຼາຍຊົ່ວໂມງ, ຮຸ່ງເຊົ້າວັນທີ 10 ຕຸລາ, ລັດຖະບານ ອິດສະຣາແອັນ ໄດ້ຮັບຮອງເອົາຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ ກັບຂະບວນການ ຮາມາດສ.
ບັນດາກຳລັງ ອິດສະຣາແອັນ ຜັນຂະຫຍາຍຢູ່ Nablus, ຝລັ່ງຕາເວັນຕົກ (ພາບ: THX/TTXVN)

ຕາມນັ້ນແລ້ວ, ກອງທັບ ອິດສະຣາແອັນ ຢູ່ເຂດ ກາຊາ ຈະເລີ່ມຖອນກຳລັງກັບໄປເສັ້ນຊາຍແດນໃໝ່ຢູ່ໃນເຂດ ກາຊາ. ພາຍຫຼັງກອງທັບ ອິດສະຣາແອັນ ຈັດກຳລັງຄືນໃໝ່, ພາຍໃນ 72 ຊົ່ວໂມງຕໍ່ໄປ, ຮາມາດສ ຈະມອບສົ່ງຕົວປະກັນທັງໝົດທີ່ຍັງຖືກກັກຂັງ, ລວມມີຜູ້ມີຊີວິດ ແລະ ເສຍຊີວິດແລ້ວ ໃຫ້ແກ່ ອິດສະຣາແອັນ. ຕາມໄລຍະທີ່ 1 ຂອງຂໍ້ລິເລີ່ມສິ້ນສຸດສົງຄາມຢູ່ເຂດ ກາຊາ ໂດຍທ່ານປະທານາທິບໍດີ ອາເມລິກາ Donald Trump ສະເໜີ, ຮາມາດສ ຈະສົ່ງຕົວປະກັນ 48 ຄົນໃຫ້ແກ່ ອິດສະຣາແອັນ ເພື່ອແລກເອົາເລື່ອງປະເທດນີ້ປ່ອຍອິດສະຫຼະພາບໃຫ້ແກ່ນັກໂທດ ປາແລັດສະຕິນ 1.750 ຄົນ, ຄາດວ່າບັນດາຕົວປະກັນທຳອິດອາດຈະໄດ້ປ່ອຍຕົວໃນຕົ້ນອາທິດໜ້າ.

        ດ້ວຍເລື່ອງ ອິດສະຣາແອັນ ແລະ ຮາມາດສ ບັນລຸໄດ້ຂໍ້ຕົກລົງຢຸດຍິງໄລຍະເບື້ອງຕົ້ນ, ການນຳຫຼາຍປະເທດ ໄດ້ຊົມເຊີຍໝາກຜົນນີ້, ພ້ອມທັງຍ້ອງຍໍບົດບາດເປັນກາງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໃນການຊຸກຍູ້ເພື່ອບັນລຸໄດ້ຂໍ້ຕົກລົງປະຫວັດສາດ.

ບ໊າທີ, ຟ້າມຮວັນ - ນັກຂ່າວ VOV ປະຈຳ ອີຢິບ, ອາເມລິກາ 
TAG
VOV/VOVworld/ລັດ​ຖະ​ບານ ອິດ​ສະຣາ​ແອັນ/ຄຳ​ສັ່ງ​ຢຸດ​ຍິງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ