logo

ລັດ​ຖະ​ບານ ເຢ​ແມນ ແລະ ກຳ​ລັງ ຮູ​ທີ ແລກ​ປ່ຽນ​ຊະ​ເລີຍ​ເສິກ​ເກືອບ 3.000 ຄົນ

2025/12/24 | 08:20:00
(VOVWORLD) - ສອງຝ່າຍເຫັນດີແລກປ່ຽນຊະເລີຍເສິກທັງໝົດເກືອບ 3.000 ຄົນ, ໃນນັ້ນ, ລັດຖະບານ ເຢແມນ ມອບສົ່ງ 1.700 ຄົນໃຫ້ແກ່ ຮູທີ ແລະ ຮັບນັກໂທດຄືນ 1.200 ຄົນຈາກກຸ່ມປະກອບອາວຸດ.

ຕາມຂໍ້ມູນໂດຍລັດຖະບານ ເຢແມນ ແລະ ກຳລັງ ຮູທີ ຢັ້ງຢືນ ເມື່ອວັນທີ 23 ທັນວາ, ຂໍ້ຕົກລົງແລກປ່ຽນຊະເລີຍເສິກໃໝ່ແມ່ນໝາກຜົນຂອງວິວັດທະນາການໄກ່ເກ່ຍທີ່ແກ່ຍາວປະມານເຄິ່ງເດືອນລະຫວ່າງສອງຝ່າຍ, ພາຍໃຕ້ການເປັນກາງໄກ່ເກ່ຍຂອງ ໂອມານ. ສອງຝ່າຍເຫັນດີແລກປ່ຽນຊະເລີຍເສິກທັງໝົດເກືອບ 3.000 ຄົນ, ໃນນັ້ນ, ລັດຖະບານ ເຢແມນ ມອບສົ່ງ 1.700 ຄົນໃຫ້ແກ່ ຮູທີ ແລະ ຮັບນັກໂທດຄືນ 1.200 ຄົນຈາກກຸ່ມປະກອບອາວຸດ. ໃນຈຳນວນບັນດານັກໂທດທີ່ ຮູທີ ໄດ້ມອບສົ່ງຕາມຄຳໝັ້ນສັນຍາ, ມີຊາວອາຣັບບີ ຊະອຸດິ 7 ຄົນ ແລະ ຊູດັງ 23 ຄົນ. ເຖິງຢ່າງໃດກໍຕາມ, ເວລາດຳເນີນການມອບສົ່ງຊະເລີຍເສິກນັ້ນຍັງບໍ່ທັນໄດ້ປະກາດເທື່ອ.

        ໃນຖະແຫຼງການມື້ວັນທີ 23 ທັນວາ, ທ່ານHans Grundberg ທູດພິເສດ ສປຊ ຮັບຜິດຊອບ ເຢແມນ ໄດ້ຊົມເຊີຍຂໍ້ຕົກລົງດັ່ງກ່າວ ແລະ ຖືນີ້ແມ່ນບາດກ້າວທີ່ຕັ້ງໜ້າມຸ່ງໄປເຖິງການຢຸດຕິສົງຄາມຢູ່ ເຢແມນ ແລະ ຫຼຸດຜ່ອນຄວາມເຈັບປວດໃຫ້ແກ່ບັນດາຊະເລີຍເສິກ ກໍຄື ຄອບຄົວຂອງເຂົາເຈົ້າ.

 ບາທີ, ນັກຂ່າວ VOV ປະຈຳ ກາຍໂຣ


TAG
VOV/VOVworld/ເຢ​ແມນ/ກຳ​ລັງ ຮູ​ທີ ແລກ​ປ່ຽນ​ຊະ​ເລີຍ​ເສິກ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ