logo

ລັດ​ຖະ​ມົນ​ຕີກະຊວງ​ການ​ເງິນ ອາ​ເມ​ລິ​ກາ ມີ​ຄວາມ​ປະ​ເອີບ​ໃຈ​ຕໍ່​ການ​ເຈ​ລະ​ຈາ​ດ້ານການ​ຄ້າ​ກັບ ຈີນ

2025/10/16 | 06:16:55
(VOVWORLD) - ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ ໃຫ້ຮູ້ວ່າ ສອງຝ່າຍກໍ່ພວມຈັດຕັ້ງບັນດາການເຈລະຈາຂັ້ນເຮັດວຽກຢູ່ນອກບັນດາກອງປະຊຸມປະຈຳປີ ຂອງກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ.
ຕູ້ ຄອນແຕນເນີ ສິນຄ້າຂອງ ບໍລິສັດຂົນສົ່ງ ຈີນ COSCO  ຢູ່ ທ່າກຳປັ່ນ Long Beach, ອາເມລິກາ
(ພາບ:  THX/TTXVN)

ປັດຈຸບັນ, ອາເມລິກາ ແລະ ຈີນ ພວມປຶກສາຫາລືລະດັບສູງສຸດ ແລະ ມີການພົບປະຫຼາຍຄັ້ງລະຫວ່າງສອງຝ່າຍ ທີ່ກ່ຽວຂ້ອງເຖິງດ້ານການຄ້າສອງຝ່າຍ. ນີ້ແມ່ນຖະແຫຼງການໂດຍທ່ານ Scott Bessent ລັດຖະມົນຕີກະຊວງການເງິນ ອາເມລິກາ ຍົກອອກມາໃນວັນທີ 15 ຕຸລາ, ໃນສະພາບຄວາມເຄັ່ງຕຶງໃໝ່ເພີ່ມຂຶ້ນ ລະຫວ່າງສອງພື້ນຖານເສດຖະກິດທີ່ກ່ຽວຂ້ອງເຖິງການສົ່ງອອກດິນຫາຍາກ. ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ ໃຫ້ຮູ້ວ່າ ສອງຝ່າຍກໍ່ພວມຈັດຕັ້ງບັນດາການເຈລະຈາຂັ້ນເຮັດວຽກຢູ່ນອກບັນດາກອງປະຊຸມປະຈຳປີ ຂອງກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ. ທ່ານກໍ່ໃສ່ໃຈວ່າ ທ່ານປະທານາທິບໍດີ ອາເມລິກາ ຍັງມີແຜນການພົບປະກັບທ່ານສີຈິ້ນຜິງ ປະທານປະເທດ ຈີນ ໃນອະນາຄົດໃກ້ໆນີ້.

TAG
VOV/VOVworld/ຈີນ/ອາ​ເມ​ລິ​ກາ/ການ​ຄ້າ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ