logo

ລັດຖະມົນຕີກະຊວງ ຕຳຫຼວດຫວຽດ​ນາມ ຕ້ອນຮັບ ເອກອັກຄະລັດຖະທູດ ສ​ປ​ປ.ລາວ

2020/12/25 | 11:54:24
(VOVWORLD) -ຕອນບ່າຍວັນທີ 24 ທັນວາ, ທີ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມໄດ້ໃຫ້ການຕ້ອນຮັບທ່ານ ແສງເພດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວປະຈຳຫວຽດນາມ.
ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມຕ້ອນຮັບທ່ານ ແສງເພດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດສປປ.ລາວ ປະຈຳຫວຽດນາມ (ພາບ: bocongan.gov.vn)

ຊົມເຊີຍທ່ານ ແສງເພດ ຮຸ່ງບຸນຍວງ ທີ່ມາຮັບໜ້າທີ່ໃໝ່ຢູ່ຫວຽດນາມ, ທ່ານລັດຖະມົນຕີ ໂຕເລິມ ໄດ້ສະແດງຄວາມເຊື່ອໝັ້ນວ່າ, ໃນຖານະຕຳແໜ່ງ ປະຕິບັດໜ້າທີ່ນີ້, ທ່ານເອກອັກຄະລັດຖະທູດຈະມີການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບບັນລຸໄດ້ ໝາກຜົນຫຼາຍຢ່າງໃນຂົງເຂດຕ່າງໆ. ພ້ອມທັງປາດຖະໜາວ່າ  ໃນໄລຍະຈະມາເຖິງ, ທ່ານ ແສງເພດ ຮຸ່ງບຸນຍວງ ຈະເອົາໃຈໃສ່ແລະຊ່ວຍເຫຼືອໃນການວຽກງານສົມທົບກັນຜັນຂະຫຍາຍເນື້ອໃນຮ່ວມມືລະຫວ່າງ ກະຊວງຕຳຫຼວດຫວຽດນາມ ແລະ ກະຊວງຕຳຫຼວດລາວ, ປະກອບສ່ວນເຂົ້າໃນການຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຂອງແຕ່ລະປະເທດ, ເພື່ອສັນຕິພາບ, ການພັດທະນາລະຫວ່າງສອງປະເທດ.

ສ່ວນ ທ່ານເອກອັກຄະລັດຖະທູດ ແສງເພດ ຮຸ່ງບຸນຍວງ ໄດ້ສະແດງຄວາມຊົມເຊີຍຕໍ່ການພົວພັນມິດຕະພາບ ທີ່ເປັນມູນເຊື້ອ ລະຫວ່າງຫວຽດນາມ ແລະ ລາວ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງໃນທຸກດ້ານໃນຫຼາຍປີຜ່ານມາ; ການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງຕຳຫຼວດລາວ ຈະສືບຕໍ່ພັດທະນາຢ່າງຕັ້ງໜ້າ, ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ບັນລຸ ໄດ້ໝາກຜົນສຳຄັນຫຼາຍຢ່າງກ່ວາເກົ່າ.

TAG
VOV/VOVworld/ຫວຽດ​ນາມ/ສ​ປ​ປ.ລາວ/ຕຳຫຼວດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ